ປະຫວັດຄວາມເປັນມາ:
ທະນາຄານລາວຈີນເປັນທະນາຄານແຫ່ງທຳອິດທີ່ໄດ້ຮັບການອະນຸຍາດຈາກທະນາຄານແຫ່ງສປປລາວໃຫ້ສ້າງຕັ້ງຂື້ນເປັນທະນາຄານຮຸ້ນສ່ວນລາວ-ຈີນ,ພ້ອມດຽວກັນນັ້ນກໍ່ແມ່ນໄດ້ຮັບການອະນຸມັດຈາກໜ່ວຍງານກວດກາການເງີນຂອງສປຈີນ,ໃຫ້ສ້າງຕັ້ງເປັນອົງກອນທະນາຄານການຄ້າຕົວເມືອງທີ່ຮ່ວມທືນກັນເປັນແຫ່ງທຳອິດໃນຕ່າງປະເທດ.
ອີງຕາມມະຕິຕົກລົງທຶນຈົດທະບຽນຂອງທະນາຄານລາວຈີນແມ່ນ300ຕື້ກີບ. ທະນາຄານລາວຈີນປະກອບດ້ວຍທະນາຄານການຄ້າຕ່າງປະເທດລາວມະຫາຊົນ (ຕໍ່ໄປຮຽກວ່າ BCEL) ແລະ ທະນາຄານຟູ້ຕ່ຽນ(ຕໍ່ໄປຮຽກວ່າ FDB ) ໃນນັ້ນ,BCEL ຖືຮຸ້ນອັດຕາສ່ວນ49%,FDBຖືຮຸ້ນອັດຕາສ່ວນ51%.ພາຍຫຼັງໄດ້ຮັບໃບອະນຸຍາດດຳເນີມທຸລະກິດການເງີນຖາວອນຈາກທະນາຄານແຫ່ງສປປລາວ ແລະ ໄດ້ຮັບໃບທະບຽນວິສາຫະກິດຖາວອນຈາກກະຊວງອຸດສາຫະກຳ ແລະ ການຄ້າ, ທະນາຄານລາວ-ຈີນກໍ່ໄດ້ຮັບການສ້າງຕັ້ງຂື້ນແລະໄດ້ເປີດບໍລິການເປັນທາງການຢູ່ສປປລາວ,ໄດ້ຈັດຢູ່ໃນລຳດັບທີ່33ຂອງທະນາຄານທຸລະກິດໃນສປປລາວທະນາຄານລາວຈີນໄດ້ຮັບໃບອະນຸຍາດດຳເນີມທຸລະກິດການເງີນຖາວອນຈາກທະນາຄານແຫ່ງສປປລາວສາມາດດຳເນີນທຸລະກິດພາຍໃຕ້ຂອບເຂດກົດໝາຍວ່າດ້ວຍການທະນາຄານແຫ່ງສປປລາວກຳນົດ, ເປັນຕົ້ນແມ່ນ: ການຮັບເງີນຝາກປະເພດຕ່າງໆ,ການສະໜອງສິນເຊື່ອ, ການໃຫ້ບໍລິການຊຳລະ ແລະ ຮຽກເກັບ, ການອອກ ແລະ ຄຸ້ມຄອງເຄື່ອງຊຳລະກາານຊື້ຂາຍຕາມຕ່າງປະເທດ,ກາານໃຫ້ບໍລິການເກັບຮັກສາຄວາມປອດໄພຂອງເອກະສານ ແລະ ວັດຖຸມີຄ່າ; ການອອກ ແລະ ຊື້-ຂາຍຫຼັກຊັບ,ການເປັນຕົວແທນທາງດ້ານການເງີນ, ການບໍລິການໃຫ້ຄຳປຶກດ້ານການເງີນ, ການບໍລິການປຶກສາກຽ່ວກັບການລົງທຶນ ແລະ ໝູນທຶນ ແລະ ດຳເນີນທຸລະກິດອຶ່ນໆ ຕາມກົດໝາຍ ແລະ ລະບຽບການທີ່ທະນາຄານ ແຫ່ງ ສປປລາວ ໄດ້ກຳນົດ.
ໃນອານາຄົດທະນາຄານລາວ-ຈີນຈະດຳເນີນຕາມພາຍໃຕ້ຄຳຂັວນທີ່ວ່າ ”ການຮ່ວມມືກັນໃຫ້ເປັນໜຶ່ງດຽວ ເພື່ອຍາດເອົາໄຊຊະນະ”,ເພື່ອສົ່ງເສີມການພັດທະນາເສດຖະກິດສັງຄົມຂອງລາວເປັນຫຼັກດຳເນີນທຸລະກິດພາຍໃຕ້ກົດໝາຍ, ພັດທະນາຢ່າງມີມາດຕະຖານ, ອີງໃສ່ການຮ່ວມມືຂອງສອງຊາດລາວ-ຈີນທີ່ນັບມື້ນັບແໜ້ນແຟ້ນຍິ່ງຂື້ນ, ສ້າງໃຫ້ມີຄວາມໂດດເດັ່ນໃນດ້ານການຮ່ວມມືທາງດ້ານທະນາຄານຮັບຮູ້ໃດ້ເຖີງການບໍລິການທີ່ດີ,ບໍລິການລູກຄ້າທາງດ້ານທຸລະກຳການເງີນຢ່າງຮອບດ້ານ, ມຸ່ງໝັ້ນໃນການສ້າງຜົນປະໂຫຍດໃຫ້ແກ່ລູກຄ້າເພື່ອໃຫ້ພະນັກງານ ແລະ ຜູ້ຖືຮຸ້ນໄດ້ຮັບຜົນປະໂຫຍດ.