ຄຸນລັກສະນະ: ບັນຊີຝາກກະແສລາຍວັນ ຫຼື ບັນຊີເງິນຝາກຊໍາລະສະສາງ ເປັນບໍລິການທີ່ອຳນວຍຄວາມສະດວກໃນການບໍລິຫານເງິນໄດ້ຢ່າງຄ່ອງຕົວ ແລະ ປອດໄພໂດຍໃຊ້ແຊັກສັ່ງຈ່າຍຂອງທະນາຄານແທນການໃຊ້ເງິນສົດ ເໝາະສຳລັບຜູ້ທີ່ເຮັດຄ້າຂາຍ ຫຼື ເຮັດທຸລະກິດສ່ວນຕົວທີ່ມີການຮັບ, ການຈ່າຍເງິນໝູນວຽນຕະຫຼອດເວລາ.
ຜົນປະໂຫຍດທີ່ໄດ້ຮັບ:
- ຜູ້ຝາກເງິນປະເພດນີ້ຈະໄດ້ຮັບປື້ມແຊັກເພື່ອເປັນເຄື່ອງມືໃນການຊຳລະສະສາງ.
- ທ່ານຈະສະດວກສະບາຍ, ປອດໄພ ແລະ ປະຢັດເວລາໃນການສັ່ງຈ່າຍ, ບໍລິຫານ ແລະ ຄຸ້ມຄອງ ການເງິນຂອງທ່ານ.
ປະເພດສະກຸນເງິນຝາກ: ສະກຸນເງິນກີບ, ບາດໄທ, ຢວນ ແລະ ໂດລາສະຫະລັດອາເມລິກາ. ບໍ່ມີວົງເງິນຝາກເລີ່ມຕົ້ນໃນການເປິດບັນຊີ ແລະ ບໍ່ມີຍອດເຫຼືອໃນບັນຊີຕ່ຳສຸດ.
ເງື່ອນໄຂການໃຊ້ບໍລິການ:
- ຖ້າເປັນພົນລະເມືອງລາວ ຕ້ອງມີບັດປະຈຳຕົວ, ປື້ມ ສຳມະໂນຄົວ, ໃບຂັບຂີ່ , ບັດປະຈຳຕົວທະຫານ, ບັດຕຳຫຼວດ,ເລກທີ່ປະກັນສັງຄົມ ແລະ ອື່ນໆ.
- ຖ້າເປັນຄົນລາວທີ່ບໍ່ຕັ້ງພູມລຳເນົາຢູ່ລາວ ຈະຕ້ອງມີໜັງສືເດີນທາງເອກະສານຢັ້ງຢືນຮັບປະກັນ ຫຼື ມີລາຍເຊັນຮ່ວມຈາກບຸກຄົນທີ່ຕັ້ງຖິ່ນຖານຢູ່ລາວ.
- ຖ້າເປັນຄົນຕ່າງປະເທດ ຈະຕ້ອງມີ: ບັດຕ່າງດ້າວຖາວອນ, ໜັງສືເດີນທາງ,ບັດແຮງງານ(ອອກໂດຍກະຊວງແຮງງານ), ບັດພະນັກງານສະຖານທູດຫຼືອົງການຈັດຕັ້ງສາກົນ (ອອກໂດຍກະຊວງການຕ່າງປະເທດ). ໃນກໍລະນີທີ່ນຳໃຊ້ໜັງສືເດີນທາງເປີດບັນຊີ ຕ້ອງມີເອກະສານຢັ້ງຢືນຮັບປະກັນຄວາມເປັນພະນັກງານຈາກອົງກອນທີ່ສັງກັດ.
- ທ່ານສາມາດຂຽນປະກອບແບບຟອມເປີດບັນຊີຕາມທີ່ທາງທະນາຄານໄດ້ກຳນົດໃຫ້.