ບໍລິການໜັງສືສິນເຊື່ອເພື່ອການນຳເຂົ້າສິນຄ້າ

ບໍລິການໜັງສືສິນເຊື່ອເພື່ອການນຳເຂົ້າສິນຄ້າ:

  ໜັງສືສິນເຊື່ອ (L/C) ສິນຄ້ານໍາເຂົ້າແມ່ນການໃຫ້ຄໍາໝັ້ນສັນຍາຂອງທະນາຄານລາວຈີນ ຈຳກັດ ຕໍ່ການຊຳລະໃຫ້ແກ່ຜູ້ສົ່ງອອກຕ່າງປະເທດຕາມການສະເໜີຂອງຜູ້ນຳເຂົ້າສິນຄ້າ, ໂດຍໃຫ້ຄຳໝັ້ນສັນຍາກັບທະນາຄານໃນການປະຕິບັດຄວາມຮັບຜິດຊອບໃນການຊຳລະເງິນໃຫ້ແກ່ຜູ້ສົ່ງອອກ, ໃນເມື່ອຜູ້ສົ່ງອອກເຫັນດີປະຕິບັດສອດຄ່ອງກັບເງື່ອນໄຂຂອງໜັງສືສິນເຊື່ອ (L/C) ທີ່ໄດ້ກຳນົດໄວ້. ທະນາຄານສຳມາດອອກໜັງສືສິນເຊື່ອ (L/C) ທຸກປະເພດໄດ້ຄື: At sight L/C, Deferred Payment L/C , Acceptance L/C, Negotiation L/C, Transferable L/C, Confirmed L/C, Revolving L/C ແລະ Reciprocal L/C。

ຄຳແນະນຳ:

  ໜັງສືສິນເຊື່ອປະເພດ Reciprocal, ຜູ້ຮ້ອງຂໍຈະຮັບພາລະຄ່າທໍານຽມທະນາຄານຈໍານວນຫຼວງຫຼາຍກັບການທີ່ໄດ້ມາ,ຍັງຈະຕ້ອງໄດ້ສະໜອງການຮັບປະກັນໃນການເກັບເງິນໃຫ້ຜູ້ສົ່ງອອກນໍາອີກ. ສະນັ້ນ ແນະນຳຜູ້ຮ້ອງຂໍໃນເວລາເຊັນສັນຍາຕ້ອງຮຽກຮ້ອງຜູ້ສົ່ງອອກພິຈາລະນາຫຼຸດຜ່ອນລາຄາ ຫຼື ໃຫ້ຄວາມສະດວກອື່ນໆ.