ທຸລະກໍາທາງດ້ານການເງີນ

ຄຸນລັກສະນະພິເສດ:

  (1) ຮູບແບບການຄ້ຳປະກັນ: ທະນະຄານຮັບການຄ້ຳປະກັນດ້ວຍອະສັງຫາລິມະຊັບ, ສັງຫາລິມະຊັບ, ຄ້ຳປະກັນດ້ວຍການຮັບປະກັນ ແລະ ຄ້ຳປະກັນດ້ວຍຄວາມໜ້າເຊື່ອຖື.
  (2) ນໍາໃຊ້ສະດວກສະບາຍ: ອະນຸມັດຄັ້ງດຽວ, ສາມາດໝູນວຽນນໍາໃຊ້ໄດ້. ທະນາຄານພິຈາລະນາ ແລະ ອະນຸມັດວົງເງິນສິນເຊື່ອໃຫ້ແກ່ລູກຄ້າໂດຍອີງຕາມສະພາບຕົວຈິງດ້ານຄວາມໜ້າເຊື່ອຖື, ຊັບສິນ ແລະ ຄວາມຕ້ອງການໃນການກູ້ຢືມຂອງລູກຄ້າ, ຊຶ່ງລູກຄ້າສາມາດນຳໃຊ້ເງິນກູ້ໄດ້ຫຼາຍເທື່ອຕາມວົງເງິນສິນເຊື່ອ ແລະ ຕາມກຳນົດເວລາ, ສຳລັບດອກເບັ້ຍເງິນກູ້ຈະເກັບຕາມການນຳໃຊ້ເງິນຕົວຈິງ.

ເງິນກູ້ທຶນໝູນວຽນ:

  ທະນາຄານ ລາວຈີນ ຈຳກັດ ສະໜັບສະໜູນທຶນໝູນວຽນໃຫ້ແກ່ລູກຄ້າເພື່ອເປັນການຕອບສະໜອງຄວາມຕ້ອງການດ້ານເງິນທຶນບໍ່ພຽງພໍຊົ່ວຄະນະຂອງທ່ານ ແລະ ເໝາະສຳລັບລະດູການເພື່ອໝູນໃຊ້ເຂົ້າໃນທຸລະກິດການຜະລິດ, ຮັບປະກັນການດຳເນີນການຜະລິດໃຫ້ມີເຄື່ອນໄຫວປົກກະຕິ. ທະນາຄານຈະປ່ອຍເງິນກູ້ເປັນສະກຸນເງິນກີບ, ເງິນຢວນ, ເງິນໂດລາສະຫະລັດອາເມລິກາ ແລະ ເງິນບາດໄທ ໃຫ້ຜູ້ກູ້ຢືມທີ່ມີຄວາມຕ້ອງການເງິນທຶນໝູນວຽນເພື່ອເສີມສະພາບຄ່ອງດ້ານການເງິນໃນການດຳເນີນທຸລະກິດ. ໂດຍອີງຕາມໄລຍະເວລາຂອງສິນເຊື່ອ, ເງິນກູ້ໝູນວຽນສາມາດແບ່ງເປັນເງິນກູ້ໝູນວຽນຊົ່ວຄາວ, ເງິນກູ້ໝູນວຽນໄລຍະສັ້ນ ແລະ ເງິນກູ້ໝູນວຽນໄລຍະກາງ.

ເງິນກູ້ທຶນຄົງທີ່:

  ທະນາຄານ ລາວຈີນ ຈຳກັດ ສະໜັບສະໜູນທຶນໃຫ້ແກ່ນິຕິບຸກຄົນ ຫຼື ອົງກອນອື່ນໆທີ່ລັດຖະບານກຳນົດໄວ້ ໂດຍເປັນສະກຸນເງິນກີບ, ເງິນຢວນ, ເງິນໂດລາສະຫະລັດອາເມລິກາ ແລະ ເງິນບາດໄທ, ເພື່ອລົງທຶນດ້ານຊັບສິນຄົງທີ່. ໃນນັ້ນ, ການລົງທຶນດ້ານຊັບສິນຄົງທີ່ໄດ້ແບ່ງເປັນ 04 ປະເພດຄື: ເງິນກູ້ໃຫ້ຕາມໂຄງການ, ການລົງທຶນພັດທະນາໂຄງລ່າງພື້ນຖານ, ການລົງທຶນເພື່ອປັບປຸງສ້ອມແປງ, ການລົງທຶນພັດທະນາອະສັງຫາລິມະຊັບ ແລະ ການລົງທຶນຊັບສິນຄົງທີ່ອື່ນໆ.

ເງິນກູ້ປ່ອຍຮ່ວມທະນາຄານອື່ນ:

  ເງິນກູ້ປ່ອຍຮ່ວມທະນາຄານອື່ນ (Syndicated Loan) ແມ່ນການໃຫ້ສິນເຊື່ອແກ່ຜູ້ກູ້ຢືມດ້ວຍສະກຸນເງິນກີບ ແລະ ສະກຸນເງິນຕາຕ່າງປະເທດ ຈາກທະນາຄານສອງແຫ່ງ ຫຼື ຫຼາຍກວ່າສອງແຫ່ງຂຶ້ນໄປ. ໂດຍອີງໃສ່ເງື່ອນໄຂທີ່ຄືກັນ, ສັນຍາເງິນກູ້ອັນດຽວກັນ, ໂດຍຜ່ານທະນາຄານຕົວແທນ ພາຍໃນໄລຍະເວລາ ແລະ ອັດຕາສ່ວນທີ່ໄດ້ກໍານົດ.
  ອີງໃສ່ຮູບແບບຂອງອົງກອນທີ່ແຕກຕ່າງກັນ, ຊຶ່ງສາມາດແບ່ງເປັນເງິນກູ້ປ່ອຍຮ່ວມທະນາຄານອື່ນໂດຍທາງກົງ ແລະ ທາງອ້ອມ. ເງິນກູ້ປ່ອຍຮ່ວມທະນາຄານອື່ນໂດຍທາງກົງແມ່ນການມອບສິດໃຫ້ທະນາຄານຕົວແທນປ່ອຍກູ້, ເກັບຄືນ ແລະ ເປັນຜູ້ຄຸ້ມຄອງສິນເຊື່ອ. ເງິນກູ້ປ່ອຍຮ່ວມທະນາຄານອື່ນໂດຍທາງອ້ອມ ແມ່ນທະນາຄານພາຍໃນກຸ່ມ ເປັນຜູ້ນໍາໜ້າກຸ່ມໃນການປ່ອຍສິນເຊື່ອໃຫ້ແກ່ຜູ້ກູ້ຢືມ, ຈາກນັ້ນກໍ່ເອົາອັດຕາສ່ວນຂອງເງິນກູ້ມາແບ່ງປັນຂາຍໃຫ້ທະນາຄານອື່ນພາຍໃນກຸ່ມ, ການຄຸ້ມຄອງສິນເຊື່ອ, ການປ່ອຍກູ້ ແລະ ການຮຽກເກັບ ແມ່ນທະນາຄານນໍາໜ້າກຸ່ມເປັນຝ່າຍຮັບຜິດຊອບທັງໝົດ.

Ø ກຸ່ມເປົ້າໝາຍ:

  1. ເໝາະສົມສຳລັບອົງກອນຂອງລັດ, ຫົວໜ່ວຍທຸລະກິດ ແລະ ອົງກອນອື່ນໆທີ່ລັດຖະບານເປັນຜູ້ກຳນົດໃຫ້. ການເຂົ້າຫາແຫຼ່ງທຶນນຳທະນາຄານ ສ່ວນໃຫ່ຍເປັນລູກຄ້າທີ່ເປັນກຸ່ມບໍລິສັດຂະໜາດໃຫຍ່ ແລະ ໂຄງການຂະໜາດໃຫຍ່ ພ້ອມທັງການຊອກຫາເງິນທຶນໝູນວຽນຂະໜາດໃຫຍ່.
  2. ບັນດາວິສາຫະກິດດຽວ ຫຼື ໂຄງການດຽວ ທີ່ຕ້ອງການຊອກຫາແຫຼ່ງທຶນເກີນຍອດເຫຼືອຂອງເງິນເດີນສຳພັດຂອງທະນາຄານຜູ້ປ່ອຍກູ້ 50 %.
  3. ວົງເງິນສິນເຊື່ອຂອງລູກຄ້າກຸ່ມບໍລິສັດເອກະລາດຫາກເກີນຍອດເຫຼືອຂອງເງິນເດີນສຳພັດຂອງທະນາຄານຜູ້ປ່ອຍກູ້ 50%.
  4. ສຳລັບຜູ້ກູ້ຢືມທີ່ມີການແຂ່ງຂັນສູງໃນການເຈລະຈາເລືອກສະຖາບັນການເງິນເພື່ອເຂົ້າຫາແຫຼ່ງທຶນຮັບໃຊ້ໂຄງການ.

ວົງການທຸລະກິດທາງການເງິນ ( Business Financing ):

  ວົງການທຸລະກິດທາງການເງິນໝາຍຄວາມວ່າທະນາຄານ ລາວຈີນ ຈຳກັດ ຈະສ້າງຄວາມຮັບຮູ້ ແລະ ຄວາມສາມາດໃນການບໍລິຫານຂອງວິສາຫະກິດຂະໜາດນ້ອຍຢູ່ພາຍໃນວົງການທຸລະກິດ, ສະແດງອອກຄວາມສາມາດໃນການຄ້ຳປະກັນ ແລະ ການຄຸ້ມຄອງ ໂດຍຜ່ານຝ່າຍບໍລິຫານ ຫຼື ນັກທຸລະກິດຢູ່ພາຍໃນເຂດເສດຖະກິດພິເສດ ຫຼື ວົງການການຄ້າດັ່ງກ່າວ, ແນໃສ່ສ້າງຮູບແບບທຸລະກິດທີ່ເປັນລັກສະນະພິເສດ ແລະ ເປັນຊ່ອງທາງທຸລະກິດສະເພາະໃຫ້ແກ່ທຸລະກິດຂະໜາດນ້ອຍທີ່ຢູ່ພາຍໃນວົງການທຸລະກິດ, ພ້ອມທັງສົ່ງເສີມການພັດທະນາເສດຖະກິດ, ສ້າງຄວາມເຂັ້ມແຂງດ້ານໃຫ້ແກ່ໂຄງສ້າງທຸລະກິດຢູ່ພາຍໃນເຂດເສດຖະກິດ.

Ø ກຸ່ມລູກຄ້າເປົ້າໝາຍ

  ເໝາະສົມສຳລັບພໍ່ຄ້າຊາວຂາຍ ລວມທັງນິຕິບຸກຄົນຂອງວິສາຫະກິດຂະໜາດນ້ອຍ ແລະ ວິສາຫະກິດເອກະຊົນພາຍໃນສູນການຄ້າ ຫຼື ເຂດເສດຖະກິດພິເສດທີ່ມີການພົວພັນຮ່ວມມືກັບທະນາຄານ.

Ø ເງື່ອນໄຂ:

  1. ຜູ້ກູ້ຢືມຕ້ອງມີເງື່ອນໄຂສອດຄ່ອງກັບລະບຽບການທີ່ກຳນົດກ່ຽວກັບເງື່ອນໄຂຂອງຜູ້ກູ້ຢືມ, ສອດຄ່ອງກັບການກຳນົດຂະແໜງການ ແລະ ອຸດສາຫະກຳ.
  2. ຜູ້ກູ້ຢືມຕ້ອງແມ່ນບັນດາຫ້າງຮ້ານທີ່ໄດ້ເຊັນສັນຍາເຊົ່າຮ້ານເປັນໄລຍະຍາວກັບສູນການຄ້າ ຫຼື ເຂດເສດຖະກິດພິເສດທີ່ມີການພົວພັນຮ່ວມມືກັບທະນາຄານ.
  3. ເປັນລູກຄ້າທີ່ຖືກແນະນຳຈາກຝ່າຍບໍລິຫານຂອງເຂດການຄ້າ ຫຼຶ ເສດຖະກິດພິເສດ. ກຳລັງພັດທະນາ.   ເງື່ອນໄຂການຄ້ຳປະກັນອື່ນໆເພື່ອກຳນົດວົງເງິນການປ່ອຍສິນເຊື່ອ, ສຳລັບວົງເງິນສິນເຊື່ອດັ່ງກ່າວແມ່ນປະຕິບັດການຄວບຄຸມຍອດເຫຼືອ, ສາມາດນໍາໃຊ້ໝູນວຽນໄດ້, ການອອກສິນເຊື່ອເປີດL/C ໝາຍເຖິງທະນາຄານລາວຈີນ ຈຳກັດ ຈະໃຫ້ບໍລິການອອກໜັງສືສິນເຊື່ອ (L/C)ໃຫ້ແກ່ລູກຄ້າເພື່ອການນຳເຂົ້າສິນຄ້າ, ໂດຍຍັງບໍ່ທັນໄດ້ເກັບເງິນຄ້ຳປະກັນເຕັມຈຳນວນຈາກລູກຄ້າ, ເພື່ອຕອບສະໜອງຄວາມຕ້ອງການເງິນທຶນໄລຍະສັ້ນຂອງຜູ້ນຳເຂົ້າສິນຄ້າພາຍໃຕ້ໜັງສືສິນເຊື່ອການນຳເຂົ້າ.

ຂັ້ນຕອນດຳເນີນການ:

  1. ທະນາຄານລາວຈີນ ຈຳກັດຈະພິຈາລະນາການສະເໜີຂອງຜູ້ນຳເຂົ້າ, ໂດຍອີງຕາມຄວາມສາມາດໃນການຊຳລະໜີ້ສິນຄືນ, ປະຫວັດການປະຕິບັດສັນຍາ ແລະ ຜູ້ນໍາເຂົ້າສາມາດຖືກຍົກເວັ້ນເງິນມັດຈຳເພື່ອເປີດ L/C ທັງໝົດ ຫຼື ສ່ວນໜຶ່ງໃນວົງເງິນສິນເຊື່ອດັ່ງກ່າວ, ໃນກໍລະນີຜູ້ນໍາເຂົ້າຫາກຍັງບໍ່ເຄີຍໄດ້ຮັບວົງເງິນສິນເຊື່ອມາກ່ອນ, ກໍ່ສາມາດໃຊ້ວິທີພິຈາລະນາອານຸມັດການປ່ອຍສິນເຊື່ອເປັນແຕ່ລະງວດ.
  2. ທາງທະນາຄານ ຈະຮັບການບໍລິການອອກໜັງສືສິນເຊື່ອຕໍ່ພາຍນອກຕາມການສະເໜີຂໍເປີດ L/C ຂອງຜູ້ນໍາເຂົ້າສິນຄ້າ, ນຳໃຊ້ວົງເງິນສິນເຊື່ອ (ຫຼືປ່ອຍສິນເຊື່ອເປັນແຕ່ລະງວດ).
  3. ທາງທະນາຄານ ຈະຮັບການບໍລິການເອກະສານຮຽກເກັບ L/C ຈາກຜູ້ສົ່ງອອກ, ຜ່ານການກວດສອບຄວາມຖືກຕ້ອງແລ້ວຫັກຈຳນວນເງິນຂອງຜູ້ນຳເຂົ້າເພື່ອຈ່າຍຊຳລະຕ່າງປະເທດ, ພ້ອມທັງປ່ອຍວົງເງິນສິນເຊື່ອກ່ຽວຂ້ອງ.