ຮັບເງິນໂອນຈາກຕ່າງປະເທດ:

      ທະນາຄານ ລາວຈີນ ຈຳກັດ ຮັບບໍລິການຈ່າຍເງິນໂອນໃຫ້ແກ່ຜູ້ຮັບເງິນຕາມການສັ່ງຈ່າຍຂອງທະນາຄານຕົ້ນທາງ, ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການໂອນເງິນຊຳລະສະສາງໃນຂົງເຂດວຽກງານດ້ານການຄ້າ ແລະ ບໍ່ແມ່ນດ້ານການຄ້າ.

  ເອກະສານປະກອບ:

      ອີງຕາມເປົ້າໝາຍການນຳໃຊ້ ແລະ ຄຸນລັກສະນະສະເພາະຂອງການໂອນເງິນຕ້ອງຍື່ນເອກະສານຕາມເປົ້າໝາຍດັ່ງກ່າວ.

  ເຂັ້ນຕອນດຳເນີນການ:

  1. ທະນາຄານ ລາວຈີນ ຈຳກັດ ໄດ້ຮັບແຈ້ງຈາກການໂອນເງິນທາງໂທລະສານ (T/T) ຫຼື ທາງຈົດໝາຍ (L/T) ຫຼື ໄດ້ຮັບເອກະສານແຈ້ງຈາກຜູ້ຮັບເງິນໃນໃບໂອນເງິນ (Draft)ຈາກທະນາຄານຕົ້ນທາງ.
  2. ທະນາຄານ ຈະທຳການກວດສອບຄວາມຖືກຕ້ອງກ່ຽວກັບໃບໂອນເງິນທາງໂທລະສານ, ທາງຈົດໝາຍ ຫຼື ດຣາຟ ດັ່ງກ່າວແລ້ວ, ຈ່າຍເງິນທີ່ໂອນມາໃຫ້ແກ່ຜູ້ຮັບເງິນ.

  ຄຳແນະນຳ:

  1. ຖ້າທ່ານເປີດບັນຊີກັບທະນາຄານ, ທະນາຄານຈະໂອນເງິນດັ່ງກ່າວເຂົ້າໃນບັນຊີຂອງທ່ານໂດຍກົງ, ຖ້າທ່ານຫາກບໍ່ໄດ້ເປີດບັນຊີກັບທະນາຄານ, ທະນາຄານຈະດຳເນີນການໂອນໄປໃຫ້ລູກຄ້າ.
  2. ຖ້າຫາກວ່າບໍ່ໄດ້ຮັບເງິນໂອນຕາມກຳນົດເວລາ, ກະລຸນາໂທສອບຖາມກັບຜູ້ໂອນເງິນໂດຍດ່ວນ