ໜັງສືຄໍ້າປະກັນ:
ບໍລິການໜັງສືຄໍ້າປະກັນແມ່ນທຸລະກຳສິນເຊື່ອປະເພດໜຶ່ງ, ຊຶ່ງທາງທະນາຄານ ລາວຈີນ ຈຳກັດ ຈະອອກໜັງສືຄໍ້າປະກັນຕາມການສະເໜີຂອງລູກຄ້າ, ດ້ວຍຮູບແບບການໃຫ້ຄໍາໝັ້ນສັນຍາແກ່ຜູ້ຮັບຜົນປະໂຫຍດ, ໃນເວລາຜູ້ສະເໜີຫາກບໍ່ປະຕິບັດພັນທະ ຫຼື ຄໍາໝັ້ນສັນຍາຂອງຕົນໃນສັນຍາ, ທາງທະນາຄານລາວຈີນ ຈະຮັບຜິດຊອບໃນການປະຕິບັດໜີ້ສິນ ຫຼື ຄວາມຮັບຜິດຊອບຕາມເງື່ອນໄຂທີ່ກຳນົດໄວ້ໃນໜັງສືຄໍ້າປະກັນດັ່ງກ່າວ.
ປະຈຸບັນ, ທະນາຄານຫາກໍ່ລິເລີ່ມໃຫ້ບໍລິການທຸລະກຳທີ່ບໍ່ແມ່ນການເງິນ, ໃນນັ້ນລວມມີ:
- ໜັງສືຄໍ້າປະກັນການປະມູນ.
- ໜັງສືຄໍ້າປະກັນການຮັບເໝົາ.
- ໜັງສືຄໍ້າປະກັນການປະຕິບັດສັນຍາ.
- ໜັງສືຄໍ້າປະກັນການຈ່າຍລ່ວງໜ້າ.
- ໜັງສືຄໍ້າປະກັນທີ່ບໍ່ແມ່ນທຸລະກຳການເງິນອື່ນໆທີ່ທະນາຄານໄດ້ອານຸມັດ.
ສິນເຊື່ອມອບສິດ: ສິນເຊື່ອມອບສິດ ແມ່ນການໃຫ້ບໍລິການດ້ານສິນເຊື່ອປະເພດໜຶ່ງ ໂດຍການປ່ອຍສິນເຊື່ອຕາມການມອບສິດຈາກລັດຖະບານ, ຫົວໜ່ວຍທຸລະກິດ ແລະ ເອກະຊົນທີ່ເປັນຝ່າຍ ສະໜອງແຫຼ່ງທຶນທີ່ຖືກຕ້ອງຕາມກົດໝາຍ, ຊຶ່ງມອບສິດໃຫ້ທະນາຄານ ລາວຈີນ ຈຳກັດ ( ຜູ້ປ່ອຍສິນເຊື່ອ ແລະ ຜູ້ຖືກມອບສິດ ) ເປັນຕົວແທນໃນການປ່ອຍສິນເຊື່ອ, ຕິດຕາມການນຳໃຊ້ ແລະ ພ້ອມທັງສະໜັບສະໜູນໃນການຮຽກເກັບສິນເຊື່ອ ຕາມເປົ້າໝາຍການປ່ອຍສິນເຊື່ອ, ການນຳໃຊ້, ຈຳນວນເງິນ, ໄລຍະເວລາ, ອັດຕາດອກເບັ້ຍ ແລະ ເງື່ອນໄຂອື່ນໆຂອງຜູ້ມອບສິດທີ່ກຳນົດ. ທະນາຄານ ລາວຈີນ (ຜູ້ຖືກມອບສິດ) ພຽງແຕ່ເກັບຄ່າບໍລິການ, ຈະບໍ່ຮັບຜິດຊອບຕໍ່ຄວາມສ່ຽງຂອງສິນເຊື່ອດັ່ງກ່າວ.