ໂອນຊໍາລະຄ່າສິນຄ້ານໍາເຂົ້າ:
ທະນາຄານ ຈະໄດ້ສະໜອງເງິນທຶນໄລຍະສັ້ນເພື່ອຊຳລະຄ່າສິນຄ້ານຳເຂົ້າແທນຜູ້ນຳເຂົ້າຕາມໃບຢັ້ງຢຶນ ແລະ ເອກະສານທາງການຄ້າທີ່ມີປະສິດທິພາບ, ພາຍໃຕ້ຮູບແບບການຊຳລະດ້ວຍ L/C, ຮຽກເກັບການນຳເຂົ້າ (Import Collection) ແລະ ຈ່າຍຄ່າສິນຄ້ານຳເຂົ້າເມື່ອສິນຄ້າມາເຖິງຕາມໃບຮຽກເກັບເງິນ (Commercial Invoice). ເພື່ອຕອບສະໜອງຄວາມຕ້ອງການເງິນທຶນໄລຍະສັ້ນຂອງຜູ້ນຳເຂົ້າເພື່ອຊຳລະຄ່າສິນຄ້ານຳເຂົ້າພາຍໃຕ້ຮູບແບບການຊຳລະດ້ວຍ L/C, ຮຽກເກັບການນໍາເຂົ້າ (Import Collection)ແລະ ຈ່າຍຄ່າສິນຄ້ານຳເຂົ້າເມື່ອສິນຄ້າມາເຖິງຕາມໃບຮຽກເກັບເງິນ (Commercial Invoice).
ຂັ້ນຕອນດຳເນີນການ:
1. ທະນາຄານຈະອະນຸມັດວົງເງິນສິນເຊື່ອຕາມການສະເໜີຜູ້ນໍາເຂົ້າ.
2. ທະນາຄານໄດ້ຮັບເອກະສານຮຽກເກັບຈາກຜູ້ສົ່ງອອກ.
3. ຜູ້ນຳເຂົ້າຍື່ນໃບຄຳຮ້ອງຕໍ່ທະນາຄານເພື່ອຂໍການມັດຈຳການນຳເຂົ້າ.
4. ທະນາຄານຈະຊຳລະເງິນມັດຈຳລະຫວ່າງປະເທດແທນຜູ້ນຳເຂົ້າ, ພ້ອມທັງສົ່ງເອກະສານໃຫ້ຜູ້ນຳເຂົ້າ.
5. ຜູ້ນຳເຂົ້າ ຈະຊຳລະເງິນໃຫ້ທະນາຄານເມື່ອເຖິງກຳນົດເວລາ, ເພື່ອໃຊ້ແທນບ້ວງເງິນມັດຈຳດັ່ງກ່າວ.
ຄໍາແນະນຳ:
1. ຜູ້ສະເໜີຕ້ອງຍື່ນຄຳຮ້ອງຂໍເງິນການມັດຈຳການນຳເຂົ້າ ຢ່າງເປັນລາຍລັກອັກສອນ.
2. ຜູ້ສະເໜີເຄີຍໄດ້ຮັບອະນຸມັດວົງເງິນສິນເຊື່ອ ຫຼື ຮັບສິນເຊື່ອເປັນແຕ່ລະລາຍຈາກທະນາຄານມາກ່ອນ.
3. ຜູ້ສະເໜີໄດ້ເຮັດສັນຍາເງິນມັດຈຳເປັນທາງການກັບທະນາຄານ, ພ້ອມທັງໄດ້ກຳນົດຈຳນວນເງິນ, ໄລຍະເວລາ, ອັດຕາດອກເບັ້ຍ, ວັນທີຊຳລະເງິນຄືນ ແລະ ອື່ນໆ.
4. ເງິນມັດຈຳເພື່ອການນຳເຂົ້າແມ່ນຮູບແບບການຈັດຫາແຫຼ່ງທຶນພິເສດປະເພດໜຶ່ງ, ຊຶ່ງສາມາດໃຊ້ໄດ້ພຽງແຕ່ຈັດຕັ້ງປະຕິບັດກັບທຸລະກິດພິເສດໃດໜຶ່ງໃນການຊຳລະຕ່າງປະເທດເທົ່ານັ້ນ.
5. ໄລຍະເວລາຂອງການມັດຈຳໂດຍທົ່ວໄປແລ້ວແມ່ນກົງກັບກັບໄລຍະເວລາຂອງການຈຳໜ່າຍສິນຄ້ານຳເຂົ້າ, ພ້ອມທັງກຳນົດເອົາວົງເງິນຈາກການຂາຍສິນຄ້າເປັນແຫຼ່ງທຶນຫຼັກເພື່ອຊຳລະຄືນເງິນມັດຈຳໃຫ້ທາງທະນາຄານ.