ສິນເຊື່ອສ່ວນບຸກຄົນເພື່ອດຳເນີນທຸລະກິດ

ແນະນຳຜະລິດຕະພັນ:

  ທະນາຄານລາວຈີນ ຈຳກັດ ບໍລິການປ່ອຍສິນເຊື່ອໃຫ້ແກ່ບຸກຄົນ ( ເອີ້ນຫຍໍ້ວ່າ: “ ຜູ້ກູ້ຢືມ ” ) ເປັນສະກຸນເງິນກີບ, ສະກຸນເງິນໂດລາ ແລະ ສະກຸນເງິນຢວນ ທີ່ມີເອກະສານຄົບຖ້ວນ . ເພື່ອນໍາໃຊ້ເຂົ້າໃນການດຳເນີນທຸລະກິດ, ດຳເນີນການຜະລິດ ແລະ ຄວາມຕ້ອງການໃນການລົງທຶນອື່ນໆທີ່ເໝາະສົມ.

ເອກະສານປະກອບໃນການຂໍສິນເຊື່ອ:

  1. ໃບສະເໜີຂໍກູ້ຢືມ (ສາມາດດາວໂຫຼດໃນເວັບໄຊຂອງທະນາຄານ).
  2. ສຳເນົາບັດປະຈຳຕົວ, ໜັງສືເດີນທາງ ຫຼື ເອກະສານຢັ້ງຢືນອື່ນໆ.
  3. ສຳເນົາບັດປະຈຳຕົວ ຜົວ ຫຼື ເມຍຂອງຜູ້ກູ້ຢືມ ແລະ ໃບຢັ້ງຢືນການແຕ່ງງານ.
  4. ໃບຢັ້ງຢືນລາຍຮັບຜົວ ຫຼື ເມຍຂອງຜູ້ສະເໜີຂໍກູ້ຢືມ.
  5. ໃບຢັ້ງຢືນທາງດ້ານຊັບສິນທີ່ກ່ຽວຂ້ອງ (ໃບຕາດິນ, ໃບຢັ້ງຢືນກຳມະສິດຕໍ່ຍານພາຫະນະ ແລະ ສັນຍາເຊົ່າ) ຂອງຜູ້ສະເໜີກູ້ຢືມ.
  6. ສັນຍາທາງການຄ້າ, ໃບສັ່ງສິນຄ້າ ຫຼື ໜັງສືແຈ້ງເຈດຈຳນົງ ແລະ ໃບບິນຂາຍ.
  7. ໃບຢັ້ງຢືນການເສຍພາສີອາກອນ.
  8. ໃບທະບຽນວິສາຫະກິດ.
  9. ໃບຢັ້ງຢືນການຈົດທະບຽນອາກອນ.
  10. ກົດລະບຽບຂອງບໍລິສັດ.
  11. ໃບຢັ້ງຢືນກ່ຽວກັບສະຖານທີ່ດຳເນີນທຸລະກິດຂອງວິສາຫະກິດ (ສັນຍາໃຫ້ເຊົ່າ ຫຼື ໃບຢັ້ງຢືນການຄອບຄອງຊັບສິນ).
  12. ເອກະສານ ຢັ້ງຢືນຕົວຕົນຂອງບັນດາຂາຮຸ້ນພາຍໃນວິສາຫະກິດ ຂອງຜູ້ນຳໃຊ້ເງິນກູ້.
  13. ໃບສະແດງການເຄື່ອນໄຫວບັນຊີເງິນຝາກຂອງວິສາຫະກິດ ແລະ ບຸກຄົນ ໃນໄລຍະ 06 ເດືອນຜ່ານມາ.
  14. ຊີວະປະຫວັດຫຍໍ້ ແລະ ສຳເນົາບັດປະຈຳຕົວຂອງຜູ້ຕາງໜ້າທາງກົດໝາຍ.
  15. ບົດລາຍງານດ້ານການເງິນໃນໄລຍະ 03 ປີຜ່ານມາ ແລະ ປະຈຸບັນ (ລວມທັງຕາຕະລາງຊັບສິນໜີ້ສິນ, ຄ່າຫຼຸ້ຍຫ້ຽນ, ຕາຕະລາງໝູນວຽນຂອງກະແສເງິນສົດ) ບັນຊີເຂົ້າ - ອອກ (ບັນຊີໜີ້ຕ້ອງຮັບ, ໜີ້ຕ້ອງຮັບອື່ນໆ, ໜີ້ຕ້ອງຈ່າຍ) ບັນຊີສິນຄ້າໃນສາງໃນໄລຍະຜ່ານມາ.
  16. ເອກະສານຢັ້ງຢືນກຳມະສິດກ່ຽວກັບຫລັກຊັບຄ້ຳປະກັນ.

ວັດຖຸປະສົງ:

  ທາງທະນາຄານ ລາວຈີນ ຈຳກັດ ຈະພິຈາລະນາ ແລະ ອະນຸມັດວົງເງິນສິນເຊື່ອໃຫ້ແກ່ລູກຄ້າໂດຍອີງຕາມສະພາບຕົວຈິງດ້ານຄວາມໜ້າເຊື່ອຖື, ຊັບສິນ ແລະ ຄວາມຕ້ອງການດ້ານສິນເຊື່ອຂອງລູກຄ້າ,ຊຶ່ງລູກຄ້າສາມາດນຳໃຊ້ເງິນກູ້ໄດ້ຫຼາຍເທື່ອຕາມວົງເງິນສິນເຊື່ອ ແລະ ຕາມກຳນົດເວລາ, ສຳລັບດອກເບັ້ຍເງິນກູ້ຈະເກັບຕາມການນຳໃຊ້ເງິນຕົວຈິງ.

ຄຸນລັກສະນະ:

  (1) ຮູບແບບການຄໍ້າປະກັນ: ທະນາຄານຮັບການຄໍ້າປະກັນດ້ວຍອະສັງຫາລິມະຊັບ, ສັງຫາລິມະຊັບ, ຄ້ຳປະກັນດ້ວຍການຮັບປະກັນ ແລະ ຄ້ຳປະກັນດ້ວຍຄວາມໜ້າເຊື່ອຖື.
  (2) ນໍາໃຊ້ສະດວກສະບາຍ: ອະນຸມັດຄັ້ງດຽວ, ສາມາດໝູນວຽນນໍາໃຊ້.