ມີ2ແບບຄື: ຝາກປະຈຳແບບທຳມະດາ ແລະ ຝາກປະຈຳແບບພິເສດ:
ຝາກປະຈຳແບບທຳມະດາ
ຄຸນລັກສະນະ:
ເປັນການທ້ອນເງິນທີ່ໄດ້ຮັບຜົນຕອບແທນຈາກອັດຕາດອກເບ້ຍສູງ, ໂດຍມີໄລຍະເວລາກຳນົດທີ່ທ່ານສາມາດເລືອກໄດ້ຕາມຄວາມເໝາະສົມຂອງທ່ານເຊັ່ນ: 3 ເດືອນ, 6 ເດືອນ, 12 ເດືອນ , 24 ເດືອນ ແລະ 36 ເດືອນ. ເຖິງກຳນົດຈື່ງສາມາດຖອນຈຳນວນເງິນຝາກ ແລະ ດອກເບ້ຍໄດ້.
ຝາກປະຈຳແບບພິເສດ:
ຄຸນລັກສະນະ:
ເປັນການທ້ອນເງິນທີ່ໄດ້ຮັບຜົນຕອບແທນຈາກອັດຕາດອກເບ້ຍສູງ, ໂດຍມີໄລຍະເວລາກຳນົດທີ່ທ່ານສາມາດເລືອກໄດ້ຕາມຄວາມເໝາະສົມຂອງທ່ານເຊັ່ນ: 3 ເດືອນ, 6 ເດືອນ, 12 ເດືອນ , 24 ເດືອນ ແລະ 36 ເດືອນ. ເມື່ອເຖິງກຳນົດຖ້າທ່ານຍັງບໍ່ທັນມາຖອນອອກແມ່ນລະບົບຂອງເຮົາຈະຝາກຕໍ່ໃຫ້ທ່ານ ຕາມທີ່ທ່ານເລືອກໄວ້ເບື້ອງຕົ້ນແບບອັດຕະໂນມັດ ແລະ ໄລ່ດອກເບ້ຍຕໍ່ເລີຍ ແລະ ທ່ານຍັງສາມາດຝາກຫລາຍສະກຸນເງິນໄວ້ໃນປື້ມບັນຊີຫົວດຽວກັນໄດ້.
ຜົນປະໂຫຍດທີ່ໄດ້ຮັບ:
- ທ່ານໄດ້ຮັບຜົນຕອບແທນຈາກດອກເບ້ຍສູງ.
- ສາມາດໃຊ້ເງິນໃນບັນຊີຂອງທ່ານເພື່ອເປັນຫຼັກປະກັນໃນການຂໍສິນເຊື່ອ.
- ໃຊ້ເພື່ອເປັນຫຼັກຖານໃນການອອກບັດ Credit Visa.
ປະເພດສະກຸນເງິນຝາກ:
ສະກຸນເງິນກີບ, ບາດໄທ , ຢວນ ແລະ ໂດລາສະຫະລັດອາເມລິກາ.
ວົງເງິນຝາກເລີ່ມຕົ້ນ:
ສະກຸນເງິນກີບ: 1,000,000 ກີບ, ສະກຸນເງິນໂດລາສະຫະລັດ: 1,000 ໂດລາ, ສະກຸນເງິນບາດໄທ: 50,000 ບາດ, ສະກຸນເງິນຢວນ: 10,000 ຢວນ
ອັດຕາດອກເບ້ຍ:
ຕາມອັດຕາດອກເບ້ຍທີ່ທາງທະນາຄານໄດ້ກຳນົດໃຫ້ໃນແຕ່ລະໄລຍະ.
ເງື່ອນໄຂການໃຊ້ບໍລິການ:
ສຳລັບບັນຊີນິຕິບຸກຄົນ(ວິສາຫະກິດຄົນລາວ) ຕ້ອງມີເອກະສານຢັ້ງຢືນຄື:
- ຕ້ອງມີເອກະສານອະນຸຍາດເຄື່ອນໄຫວທຸລະກຳເຊັ່ນ: ໃບສະໜີຂໍເປີດບັນຊີ, ໃບທະບຽນວິສາຫະກິດ, ໃບທະບຽນອາກອນ, ໃບອະນຸຍາດລົງທຶນ.
- ໃນກໍລະນີທີ່ບໍ່ແມ່ນເຈົ້າຂອງທະບຽນວິສາຫະກິດຕ້ອງມີໃບມອບສິດໃນການນຳໃຊ້ໃບທະບຽນວິສາຫະກິດ ແລະ ເອກະສານອື່ນໆທີ່ກ່ຽວຂ້ອງເພື່ອນຳມາເປີດບັນຊີພ້ອມດ້ວຍບັດປະຈຳຕົວຂອງເຈົ້າຂອງທະບຽນວິສາຫະກິດ.
ສຳລັບບັນຊີນິຕິບຸກຄົນ(ວິສາຫະກິດຄົນຕ່າງປະເທດ) ທ່ານຕ້ອງມີເອກະສານຢັ້ງຢືນຄື:
- ຕ້ອງມີເອກະສານອະນຸຍາດເຄື່ອນໄຫວທຸລະກຳເຊັ່ນ: ໃບສະໜີຂໍເປີດບັນຊີ, ໃບທະບຽນວິສາຫະກິດ, ໃບທະບຽນອາກອນ, ໃບອະນຸຍາດລົງທຶນ, ບັດແຮງງານອອກໂດຍກະຊວງແຮງງານ, ໜັງສືຜ່ານແດນຂອງເຈົ້າຂອງບັນຊີຜູ້ມີອຳນາດໃນການເຄື່ອນໄຫວບັນຊີ.
ສຳລັບບັນຊີລັດຖະການ,ໂຄງການ ແລະອົງການຈັດຕັ້ງ:
- ຕ້ອງມີໃບສະເໜີຈາກກົມກອງ ຫຼື ອົງການຈັດຕັ້ງທີ່ກ່ຽວຂ້ອງພ້ອມກາປະທັບ(ຖ້າມີ), ບັດປະຈໍາຕົວ ຫຼື ສຳມະໂນຄົວ ຫຼື ບັດພະນັກງານບຳນານ, ບັດແຮງງານອອກໂດຍກະຊວງແຮງງານ ຂອງເຈົ້າຂອງບັນຊີຜູ້ມີອຳນາດໃນການເຄື່ອນໄຫວບັນຊີ. ແຕ່ຖ້າບໍ່ແມ່ນເຈົ້າຂອງບັນຊີຕ້ອງມີໃບອະນຸຍາດບໍລີຫານບັນຊີ.
- ຂຽນແບບຟອມເປີດບັນຊີຕາມທີ່ທາງທະນາຄານໄດ້ກຳນົດໃຫ້.