ເງິນຝາກປະຈໍາແບບແຈ້ງກ່ອນລ່ວງຫນ້າ 1 ວັນ ແລະ 7 ວັນ

  ຄຸນລັກສະນະ:

    ເປັນການທ້ອນເງິນທີ່ໄດ້ຮັບຜົນຕອບແທນຈາກອັດຕາດອກເບ້ຍທີ່ສູງກວ່າເງິນຝາກປະຢັດ ແລະ ສູງກວ່າເງິນຝາກປະຈຳທຳມະດາ ໂດຍມີສອງທາງເລືອກໃນເວລາຖອນ ກໍ່ຄື: ຕ້ອງແຈ້ງກ່ອນລ່ວງໜ້າ 1ມື້ ຫຼື ແຈ້ງກ່ອນລ່ວງໜ້າ 7ມື້.

  ປະເພດສະກຸນເງິນຝາກ:

    ສະກຸນເງິນກີບ, ບາດໄທ, ເງິນຢວນ ແລະ ໂດລາສະຫະລັດອາເມລິກາ.

  ວົງເງິນຝາກເລີ່ມຕົ້ນ:

  ສະກຸນເງີນກີບ 100,000,000 ກີບ; ເງີນບາດ 500,000 ບາດ; ເງີນຢວນ 60,000 ຢວນ; ເງິນໂດລາ 10,000 ໂດລາ.

  ວົງເງິນຝາກ:

    ວົງເງິນເປີດບັນຊີຄັ້ງທຳອິດ: ບັນຊີເງິນກີບ: 100,000 ກີບ, ບັນຊີເງິນໂດລາສະຫະລັດ: 10 ໂດລາ, ບັນຊີເງິນບາດໄທ: 500 ບາດ, ບັນຊີເງິນຢວນ: 100 ຢວນ ແລະ ຍອດເຫຼືອໃນບັນຊີສາມາດເປັນ 0 ໄດ້ທຸກສະກຸນເງິນ.

  ອັດຕາດອກເບ້ຍ:

    ແມ່ນຕາມອັດຕາດອກເບ້ຍທີ່ທາງ ທຄລຈ ໄດ້ກຳນົດໃຫ້ໃນແຕ່ລະໄລຍະ.

  ເງື່ອນໄຂການໃຊ້ບໍລິການ:

  ສຳລັບບັນຊີນິຕິບຸກຄົນ(ວິສາຫະກິດຄົນລາວ) ຕ້ອງມີເອກະສານຢັ້ງຢືນຄື:

  - ຕ້ອງມີເອກະສານອະນຸຍາດເຄື່ອນໄຫວທຸລະກຳເຊັ່ນ: ໃບສະໜີຂໍເປີດບັນຊີ, ໃບທະບຽນວິສາຫະກິດ, ໃບທະບຽນອາກອນ, ໃບອະນຸຍາດລົງທຶນ.
  - ໃນກໍລະນີທີ່ບໍ່ແມ່ນເຈົ້າຂອງທະບຽນວິສາຫະກິດຕ້ອງມີໃບມອບສິດໃນການນຳໃຊ້ໃບທະບຽນວິສາຫະກິດ ແລະ ເອກະສານອື່ນໆທີ່ກ່ຽວຂ້ອງເພື່ອນຳມາເປີດບັນຊີພ້ອມດ້ວຍບັດປະຈຳຕົວຂອງເຈົ້າຂອງ ທະບຽນວິສາຫະກິດ.

  ສຳລັບບັນຊີນິຕິບຸກຄົນ(ວິສາຫະກິດຄົນຕ່າງປະເທດ) ທ່ານຕ້ອງມີເອກະສານຢັ້ງຢືນຄື:

  - ຕ້ອງມີເອກະສານອະນຸຍາດເຄື່ອນໄຫວທຸລະກຳເຊັ່ນ: ໃບສະໜີຂໍເປີດບັນຊີ, ໃບທະບຽນວິສາຫະກິດ, ໃບທະບຽນອາກອນ, ໃບອະນຸຍາດລົງທຶນ, ບັດແຮງງານອອກໂດຍກະຊວງແຮງງານ, ໜັງສືຜ່ານແດນຂອງເຈົ້າຂອງບັນຊີຜູ້ມີອຳນາດໃນການເຄື່ອນໄຫວບັນຊີ.

  ສຳລັບບັນຊີລັດຖະການ,ໂຄງການ ແລະອົງການຈັດຕັ້ງ:

  - ຕ້ອງມີໃບສະເໜີຈາກກົມກອງ ຫຼື ອົງການຈັດຕັ້ງທີ່ກ່ຽວຂ້ອງພ້ອມກາປະທັບ(ຖ້າມີ), ບັດປະຈຳຕົວ ຫຼື ສໍາມະໂນຄົວ ຫຼື ບັດພະນັກງານບຳນານ, ບັດແຮງງານອອກໂດຍກະຊວງແຮງງານ ຂອງເຈົ້າຂອງບັນຊີຜູ້ມີອຳນາດໃນການເຄື່ອນໄຫວບັນຊີ. ແຕ່ຖ້າບໍ່ແມ່ນເຈົ້າຂອງບັນຊີຕ້ອງມີໃບອະນຸຍາດບໍລີຫານບັນຊີ.
  - ຂຽນແບບຟອມເປີດບັນຊີຕາມທີ່ທາງທະນາຄານໄດ້ກຳນົດໃຫ້.