ເງິນຝາກປະຈໍາແບບແຈ້ງກ່ອນລ່ວງຫນ້າ 1 ວັນ ແລະ 7 ວັນ

  ຄຸນລັກສະນະ:

  ເປັນການທ້ອນເງິນທີ່ໄດ້ຮັບຜົນຕອບແທນຈາກອັດຕາດອກເບ້ຍທີ່ສູງກວ່າເງິນຝາກປະຢັດ ແລະ ສູງກວ່າເງິນຝາກປະຈຳທຳມະດາ ໂດຍມີສອງທາງເຫຼືອກໃນເວລາຖອນ ກໍ່ຄື: ຕ້ອງແຈ້ງກ່ອນລ່ວງໜ້າ 1ມື້ ຫຼື ແຈ້ງກ່ອນລ່ວງໜ້າ 7ມື້.

  ປະເພດສະກຸນເງີນກີບ:

  ສະກຸນເງິນກີບ, ບາດໄທ , ຢວນ ແລະ ໂດລາສະຫະລັດອາເມລິກາ.

 ວົງເງິນຝາກເລີ່ມຕົ້ນ:

  ສະກຸນເງີນກີບ 10,000,000 ກີບ; ເງີນບາດ 50,000 ບາດ; ເງີນຢວນ 6,000 ຢວນ; ເງິນໂດລາ 1,000$.

 ອັດຕາດອກເບ້ຍ:

  ແມ່ນຕາມອັດຕາດອກເບ້ຍທີ່ທາງ ທຄລຈ ໄດ້ກຳນົດໃຫ້ໃນແຕ່ລະໄລຍະ.

 ເງື່ອນໄຂການໃຊ້ບໍລິການ:

  - ຖ້າເປັນພົນລະເມືອງລາວ ຕ້ອງມີບັດປະຈຳຕົວ, ປື້ມສຳມະໂນຄົວ, ໃບຂັບຂີ່, ບັດປະຈຳຕົວທະຫານ, ບັດຕຳຫຼວດ, ເລກທີ່ປະກັນສັງຄົມ ແລະ ອື່ນໆ.
  - ຖ້າເປັນຄົນລາວທີ່ບໍ່ຕັ້ງພູມລຳເນົາຢູ່ລາວ ຈະຕ້ອງມີໜັງສືເດີນທາງເອກະສານຢັ້ງຢືນຮັບປະກັນ ຫຼື ມີລາຍເຊັນຮ່ວມຈາກບຸກຄົນທີ່ຕັ້ງຖິ່ນຖານຢູ່ລາວ.
  - ຖ້າເປັນຄົນຕ່າງປະເທດ ຈະຕ້ອງມີ: ບັດຕ່າງດ້າວຖາວອນ, ໜັງສືເດີນທາງ, ບັດແຮງງານ(ອອກໂດຍກະຊວງແຮງງານ), ບັດພະນັກງານສະຖານທູດ ຫຼືອົງການຈັດຕັ້ງສາກົນ(ອອກໂດຍກະຊວງການຕ່າງປະເທດ). ໃນກໍລະນີທີ່ນຳໃຊ້ໜັງສືເດີນທາງເປີດບັນຊີ ຕ້ອງມີເອກະສານຢັ້ງຢືນຮັບປະກັນຄວາມເປັນພະນັກງານຈາກອົງກອນທີ່ສັງກັດ.
  - ທ່ານສາມາດຂຽນປະກອບແບບຟອມເປີດບັນຊີຕາມທີ່ທາງທະນາຄານໄດ້ກຳນົດໃຫ້.