ຄຸນລັກສະນະ:
ເປັນທາງເຫຼືອກສຳລັບທຸກຄົນທີ່ມີລາຍຮັບປະຈໍາ ແລະ ຕ້ອງການສະສົມເງິນໃນໄລຍະສັ້ນເພື່ອສະດວກໃນການເບີກຖອນດ້ວຍປື້ມເງິນຝາກ, ບັດ ATM, ບັດວິຊາ Debit, ເງິນຈາກໂອນພາຍໃນ ແລະ ຕ່າງປະເທດ.
ຜົນປະໂຫຍດທີ່ໄດ້ຮັບ:
- ເປັນບັນຊີທີ່ໃຊ້ໃນການປະຢັດ ແລະ ທ້ອນເງິນໃນໄລຍະສັ້ນມີຄວາມສະດວກໃນການຝາກ - ຖອນ.
- ສາມາດເຮັດບັດ ATM ເພື່ອສະດວກໃນການເບີກຖອນ ແລະ ໂອນເງິນຜ່ານຕູ້ ATM ແລະ ເຄື່ອງ EDC.
- ສາມາດໃຊ້ບັນຊີປະເພດນີ້ເພື່ອໂອນ, ຊຳລະຄ່າສິນຄ້າ ແລະ ບໍລິການເຊັ່ນ: ຄ່ານ້ຳປະປາ, ຄ່າໄຟຟ້າ, ຄ່າໂທລະສັບ, ... ດ້ວຍການຫັກບັນຊີໂດຍອັດຕະໂນມັດ.
- ໄດ້ຮັບດອກເບ້ຍຕາມອັດຕາດອກເບ້ຍທີ່ທາງທະນາຄານໄດ້ກຳນົດໄວ້.
- ສາມາດນຳໃຊ້ເພື່ອຢັ້ງຢືນຖານະທາງການເງິນ.
ປະເພດສະກຸນເງິນຝາກ:
ສະກຸນເງິນກີບ, ບາດໄທ, ເງິນຢວນ ແລະ ໂດລາສະຫະລັດອາເມລິກາ.
ວົງເງິນຝາກ:
ວົງເງິນເປີດບັນຊີຄັ້ງທຳອິດ: ບັນຊີເງິນກີບ: 100,000 ກີບ, ບັນຊີເງິນໂດລາສະຫະລັດ: 10 ໂດລາ, ບັນຊີເງິນບາດໄທ: 500 ບາດ, ບັນຊີເງິນຢວນ: 100 ຢວນ ແລະ ຍອດເຫຼືອໃນບັນຊີສາມາດເປັນ 0 ໄດ້ທຸກສະກຸນເງິນ.
ອັດຕາດອກເບ້ຍ:
ທ່ານຈະໄດ້ຮັບດອກເບ້ຍເງິນຝາກປະຢັດ 4 ຄັ້ງຕໍ່ປີ ທຸກໆ ວັນທີ 21 ຂອງໄຕມາດ.
ເງື່ອນໄຂການໃຊ້ບໍລິການ:
ສຳລັບບັນຊີນິຕິບຸກຄົນ(ວິສາຫະກິດຄົນລາວ) ຕ້ອງມີເອກະສານຢັ້ງຢືນຄື:
- ຕ້ອງມີເອກະສານອະນຸຍາດເຄື່ອນໄຫວທຸລະກຳເຊັ່ນ: ໃບສະໜີຂໍເປີດບັນຊີ, ໃບທະບຽນວິສາຫະກິດ, ໃບທະບຽນອາກອນ, ໃບອະນຸຍາດລົງທຶນ.
- ໃນກໍລະນີທີ່ບໍ່ແມ່ນເຈົ້າຂອງທະບຽນວິສາຫະກິດຕ້ອງມີໃບມອບສິດໃນການນຳໃຊ້ໃບທະບຽນວິສາຫະກິດ ແລະ ເອກະສານອື່ນໆທີ່ກ່ຽວຂ້ອງເພື່ອນຳມາເປີດບັນຊີພ້ອມດ້ວຍບັດປະຈຳຕົວຂອງເຈົ້າຂອງທະບຽນວິສາຫະກິດ.
ສຳລັບບັນຊີນິຕິບຸກຄົນ(ວິສາຫະກິດຄົນຕ່າງປະເທດ) ທ່ານຕ້ອງມີເອກະສານຢັ້ງຢືນຄື:
ຕ້ອງມີເອກະສານອະນຸຍາດເຄື່ອນໄຫວທຸລະກຳເຊັ່ນ: ໃບສະໜີຂໍເປີດບັນຊີ, ໃບທະບຽນວິສາຫະກິດ, ໃບທະບຽນອາກອນ, ໃບອະນຸຍາດລົງທຶນ, ບັດແຮງງານອອກໂດຍກະຊວງແຮງງານ, ໜັງສືຜ່ານແດນຂອງເຈົ້າຂອງບັນຊີຜູ້ມີອຳນາດໃນການເຄື່ອນໄຫວບັນຊີ.
ສຳລັບບັນຊີລັດຖະການ,ໂຄງການ ແລະ ອົງການຈັດຕັ້ງ:
- ຕ້ອງມີໃບສະເໜີຈາກກົມກອງ ຫຼື ອົງການຈັດຕັ້ງທີ່ກ່ຽວຂ້ອງພ້ອມກາປະທັບ(ຖ້າມີ), ບັດປະຈຳຕົວ ຫຼື ສໍາມະໂນຄົວຫຼືບັດພະນັກງານບຳນານ, ບັດແຮງງານອອກໂດຍກະຊວງແຮງງານ ຂອງເຈົ້າຂອງບັນຊີ ຜູ້ມີອຳນາດໃນການເຄື່ອນໄຫວບັນຊີ. ແຕ່ຖ້າບໍ່ແມ່ນເຈົ້າຂອງບັນຊີຕ້ອງມີໃບອະນຸຍາດບໍລີຫານບັນຊີ.
- ຂຽນແບບຟອມເປີດບັນຊີຕາມທີ່ທາງທະນາຄານໄດ້ກຳນົດໃຫ້.