ການຄໍ້າປະກັນຮັບສິນຄ້າ:
ເມື່ອສິນຄ້ານຳເຂົ້າຮອດກ່ອນເອກະສານຂົນສົ່ງ, ຜູ້ນຳເຂົ້າໃຊ້ໜັງສືຄ້ຳປະກັນໃນການຮັບສິນຄ້ານຳຜູ້ບໍລິການຂົນສົ່ງ ຫຼື ຕົວແທນ, ຊຶ່ງແມ່ນທາງທະນຄານພວກເຮົາເປັນຜູ້ເຊັນຮັບຮອງ ແລະ ພ້ອມທັງຮັບຄວາມຮັບຜິດຊອບແບບຕໍ່ເນື່ອງ. ການຄໍ້າປະກັນຮັບສິນຄ້າມັກຈະໃຊ້ພາຍໃຕ້ຮູບແບບໜັງສືສິນເຊື່ອ(L/C), ຊຶ່ງ L/C ຈະຮຽກຮ້ອງໃຫ້ຍື່ນເອກະສານທັງໝົດກ່ຽວກັບສິດທິຂອງສິນຄ້າ.
ຂັ້ນຕອນດຳເນີນການ:
1. ສິນຄ້າໄປເຖິງຈຸດເປົ້າໝາຍກ່ອນເອກະສານຮຽກເກັບເງິນຂອງ L/C (ລວມທັງໃບ B/L ສະບັບຕົ້ນ) ມາເຖິງ, ຜູ້ນໍາເຂົ້າຍື່ນເອກະສານຄຳຮ້ອງ ຕໍ່ທະນາຄານພວກເຮົາເພື່ອອອກໜັງສືຄ້ຳປະກັນການຮັບສິນຄ້າ.
2. ຜ່ານການພິຈາລະນາຂອງທະນາຄານແລ້ວອອກໜັງສືຄ້ຳປະກັນຮັບສິນຄ້າໃຫ້ແກ່ຜູ້ນຳເຂົ້າ.
3. ຜູ້ນຳເຂົ້ານຳເອົາໜັງສືຄ້ຳປະກັນຮັບສິນຄ້າດັ່ງກ່າວໄປຢັ້ງຢືນຮັບເອົາສິນຄ້ານຳບໍລິສັດຂົນສົ່ງ (ຫຼືຜູ້ຮັບເໝົາຂົນສົ່ງອື່ນໆ).
4. ເມື່ອ L/C ຫຼື ເອກະສານຮຽກເກັບໄດ້ມາຮອດ, ຜູ້ນໍາເຂົ້າຕ້ອງມາເຮັດເອກະສານການຊໍາລະນໍາທະນາຄານ, ຈາກນັ້ນນຳເອົາ B/L ສະບັບຕົ້ນໄປຢັ້ງຢືນນຳບໍລິສັດຂົນສົ່ງ (ຫຼືຜູ້ຮັບເໝົາຂົນສົ່ງອື່ນໆ) ເພື່ອແລກປ່ຽນເອົາໜັງສືຄໍ້າປະກັນຮັບສິນຄ້າທີ່ໄດ້ເອົາມາຢັ້ງຢຶນໄວ້ກ່ອນໜ້ານີ້ ແລ້ວສົ່ງໃຫ້ທະນາຄານຄືນ.
ຄໍາແນະນຳ:
1. ພື້ນຖານເບື້ອງຕົ້ນໃນການເຮັດໜັງສືຄໍ້າປະກັນຮັບສິນຄ້າແມ່ນ: ຮູບແບບການຊຳລະດ້ວຍ L/C, ຮູບແບບການຂົນສົ່ງທາງທະເລ, L/C ຮຽກຮ້ອງໃຫ້ຍື່ນເອກະສານຂົນສົ່ງ (B/L) ທາງທະເລທັງໝົດ.
2. ຜູ້ສະເໜີຕ້ອງມີວົງເງິນສິນເຊື່ອທີ່ກ່ຽວຂ້ອງກັບທະນາຄານ ຫຼື ຈ່າຍເງິນຄ້ຳປະກັນໃນຈຳນວນເຕັມ.
3. ທ່ານຕ້ອງໃຫ້ຄຳໝັ້ນສັນຍາກັບທະນາຄານ, ໃນເມື່ອເອກະສານຮຽກເກັບມາຮອດ, ເຖິງແມ່ນວ່າມັນຈະສອດຄ່ອງ ຫຼື ບໍ່ກໍ່ຕາມ ຫ້າມບໍ່ໃຫ້ມີການປະຕິເສດໃນການຈ່າຍເງິນ ຫຼື ບໍ່ການຮັບຮອງ.
4. ເມື່ອໃບ B/L ສະບັບຕົ້ນມາຮອດ, ທ່ານຕ້ອງຮີບຮ້ອນນໍາເອົາໃບ B/L ສະບັບຕົ້ນໄປປ່ຽນເອົາໜັງສືຄໍ້າປະກັນຮັບສິນຄ້ານຳບໍລິສັດຂົນສົ່ງ ແລ້ວຟ້າວສົ່ງຄືນໃຫ້ທະນາຄານເພື່ອລົບລ້າງ.