ເງິນຝາກປະຈຳ:
ມີ2ແບບຄື: ຝາກປະຈຳແບບທຳມະດາ ແລະ ຝາກປະຈຳແບບພິເສດ,
1. ຝາກປະຈຳແບບທຳມະດາ
ຄຸນລັກສະນະ:
ເປັນການທ້ອນເງິນທີ່ໄດ້ຮັບຜົນຕອບແທນຈາກອັດຕາດອກເບ້ຍສູງ, ໂດຍມີໄລຍະເວລາກຳນົດທີ່ທ່ານສາມາດເຫຼືອກໄດ້ຕາມຄວາມເໝາະສົມຂອງທ່ານເຊັ່ນ: 3 ເດືອນ, 6 ເດືອນ, 12 ເດືອນ , 24 ເດືອນ ແລະ 36 ເດືອນ. ເຖິງກຳນົດຈື່ງສາມາດຖອນຈຳນວນເງິນຝາກ ແລະ ດອກເບ້ຍໄດ້.
2. ຝາກປະຈຳແບບພິເສດ
ຄຸນລັກສະນະ:
ເປັນການທ້ອນເງິນທີ່ໄດ້ຮັບຜົນຕອບແທນຈາກອັດຕາດອກເບ້ຍສູງ, ໂດຍມີໄລຍະເວລາກຳນົດທີ່ທ່ານສາມາດເຫຼືອກໄດ້ຕາມຄວາມເໝາະສົມຂອງທ່ານເຊັ່ນ: 3 ເດືອນ, 6 ເດືອນ, 12 ເດືອນ , 24 ເດືອນ ແລະ 36 ເດືອນ. ເມື່ອເຖິງກຳນົດຖ້າທ່ານຍັງບໍ່ທັນມາຖອນອອກແມ່ນລະບົບຂອງເຮົາຈະຝາກຕໍ່ໃຫ້ທ່ານ ຕາມທີ່ທ່ານເຫຼືອກໄວ້ເບື້ອງຕົ້ນແບບອັດຕະໂນມັດ ແລະ ໄລ່ດອກເບ້ຍຕໍ່ເລີຍ. ແລະ ທ່ານຍັງສາມາດຝາກຫຼາຍສະກຸນເງິນໄວ້ໃນປື້ມບັນຊີຫົວດຽວກັນໄດ້.
ຜົນປະໂຫຍດທີ່ໄດ້ຮັບ:
- ທ່ານໄດ້ຮັບຜົນຕອບແທນຈາກດອກເບ້ຍສູງ.
- ສາມາດໃຊ້ເງິນໃນບັນຊີຂອງທ່ານເພື່ອເປັນຫຼັກປະກັນໃນການຂໍສິນເຊື່ອ.
- ໃຊ້ເພື່ອເປັນຫຼັກຖານໃນການອອກບັດ Credit Visa.
ປະເພດສະກຸນເງິນຝາກ:
ສະກຸນເງິນກີບ, ບາດໄທ , ຢວນ ແລະ ໂດລາສະຫະລັດອາເມລິກາ.
ວົງເງິນຝາກເລີ່ມຕົ້ນ:
ສະກຸນເງິນກີບ: 100,000 ກີບ, ສະກຸນເງິນໂດລາສະຫະລັດ: 50 ໂດລາ, ສະກຸນເງິນບາດໄທ: 1,000 ບາດ, ສະກຸນເງິນຢວນ: 50 ຢວນ
ອັດຕາດອກເບ້ຍ:
ຕາມອັດຕາດອກເບ້ຍທີ່ທາງທະນາຄານໄດ້ກຳນົດໃຫ້ໃນແຕ່ລະໄລຍະ.
ເງື່ອນໄຂການໃຊ້ບໍລິການ:
- ຖ້າເປັນພົນລະເມືອງລາວ ຕ້ອງມີບັດປະຈຳຕົວ, ປື້ມສຳມະໂນຄົວ, ໃບຂັບຂີ່, ບັດປະຈຳຕົວທະຫານ, ບັດຕຳຫຼວດ, ເລກທີ່ປະກັນສັງຄົມ ແລະ ອື່ນໆ.
- ຖ້າເປັນຄົນລາວທີ່ບໍ່ຕັ້ງພູມລຳເນົາຢູ່ລາວ ຈະຕ້ອງມີໜັງສືເດີນທາງເອກະສານຢັ້ງຢືນຮັບປະກັນ ຫຼື ມີລາຍເຊັນຮ່ວມຈາກບຸກຄົນທີ່ຕັ້ງຖິ່ນຖານຢູ່ລາວ.
- ຖ້າເປັນຄົນຕ່າງປະເທດ ຈະຕ້ອງມີ: ບັດຕ່າງດ້າວຖາວອນ, ໜັງສືເດີນທາງ, ບັດແຮງງານ(ອອກໂດຍກະຊວງແຮງງານ), ບັດພະນັກງານສະຖານທູດ ຫຼື ອົງການຈັດຕັ້ງສາກົນ (ອອກໂດຍກະຊວງການຕ່າງປະເທດ). ໃນກໍລະນີທີ່ນຳໃຊ້ໜັງສືເດີນທາງເປີດບັນຊີ ຕ້ອງມີເອກະສານຢັ້ງຢືນຮັບປະກັນຄວາມເປັນພະນັກງານຈາກອົງກອນທີ່ສັງກັດ.
- ຂຽນແບບຟອມຂໍເປີດບັນຊີທີ່ທາງທະນາຄານກຳນົດໃຫ້.
ເປັນການທ້ອນເງິນທີ່ໄດ້ຮັບຜົນຕອບແທນຈາກອັດຕາດອກເບ້ຍທີ່ສູງກວ່າເງິນຝາກປະຢັດ ແລະ ສູງກວ່າເງິນຝາກປະຈຳທຳມະດາ ໂດຍມີສອງທາງເຫຼືອກໃນເວລາຖອນ ກໍ່ຄື: ຕ້ອງແຈ້ງກ່ອນລ່ວງໜ້າ 1ມື້ ຫຼື ແຈ້ງກ່ອນລ່ວງໜ້າ 7ມື້.
ປະເພດສະກຸນເງີນກີບ:
ສະກຸນເງິນກີບ, ບາດໄທ , ຢວນ ແລະ ໂດລາສະຫະລັດອາເມລິກາ.
ວົງເງິນຝາກເລີ່ມຕົ້ນ:
ສະກຸນເງີນກີບ 10,000,000 ກີບ; ເງີນບາດ 50,000 ບາດ; ເງີນຢວນ 6,000 ຢວນ; ເງິນໂດລາ 1,000$.
ອັດຕາດອກເບ້ຍ:
ແມ່ນຕາມອັດຕາດອກເບ້ຍທີ່ທາງ ທຄລຈ ໄດ້ກຳນົດໃຫ້ໃນແຕ່ລະໄລຍະ.
ເງື່ອນໄຂການໃຊ້ບໍລິການ:
- ຖ້າເປັນພົນລະເມືອງລາວ ຕ້ອງມີບັດປະຈຳຕົວ, ປື້ມສຳມະໂນຄົວ, ໃບຂັບຂີ່, ບັດປະຈຳຕົວທະຫານ, ບັດຕຳຫຼວດ, ເລກທີ່ປະກັນສັງຄົມ ແລະ ອື່ນໆ.
- ຖ້າເປັນຄົນລາວທີ່ບໍ່ຕັ້ງພູມລຳເນົາຢູ່ລາວ ຈະຕ້ອງມີໜັງສືເດີນທາງເອກະສານຢັ້ງຢືນຮັບປະກັນ ຫຼື ມີລາຍເຊັນຮ່ວມຈາກບຸກຄົນທີ່ຕັ້ງຖິ່ນຖານຢູ່ລາວ.
- ຖ້າເປັນຄົນຕ່າງປະເທດ ຈະຕ້ອງມີ: ບັດຕ່າງດ້າວຖາວອນ, ໜັງສືເດີນທາງ, ບັດແຮງງານ(ອອກໂດຍກະຊວງແຮງງານ), ບັດພະນັກງານສະຖານທູດ ຫຼືອົງການຈັດຕັ້ງສາກົນ(ອອກໂດຍກະຊວງການຕ່າງປະເທດ). ໃນກໍລະນີທີ່ນຳໃຊ້ໜັງສືເດີນທາງເປີດບັນຊີ ຕ້ອງມີເອກະສານຢັ້ງຢືນຮັບປະກັນຄວາມເປັນພະນັກງານຈາກອົງກອນທີ່ສັງກັດ.
- ທ່ານສາມາດຂຽນປະກອບແບບຟອມເປີດບັນຊີຕາມທີ່ທາງທະນາຄານໄດ້ກຳນົດໃຫ້.