ໂອນເງິນລະຫວ່າງທະນາຄານອື່ນ
ຄຸນລັກສະນະ:
ທ່ານສາມາດສົ່ງມອບເງິນຂອງທ່ານເຖິງມືຜູ້ຮັບປາຍທາງເພື່ອຊໍາລະຄ່າສິນຄ້າການບໍລິການເພື່ອການ ດໍາເນີນທຸລະກິດ, ໄດ້ຢ່າງສະດວກວ່ອງໄວ ແລະ ປອດໄພ, ໂດຍຜ່ານເຄື່ອຄ່າຍການຄຸ້ມຄອງຂອງລະບົບການໂອນເງິນທີ່ທັນສະໄໝ.
ຜົນປະໂຫຍດທີ່ໄດ້ຮັບ:
- ເພີ່ມຄວາມສະດວກ ແລະ ວ່ອງໄວໃນການໂອນເງິນ.
- ທ່ານສາມາດໂອນເງິນສົດ ຫຼື ຫັກຈາກບັນຊີຂອງທ່ານ ຢູ່ ທະນາຄານລາວຈີນ ກໍ່ໄດ້.
- ບໍ່ຈຳເປັນຕ້ອງເສຍເວລາໄປຫາສາຂາ ແລະ ໜ່ວຍບໍລິການຂອງທະນາຄານປາຍທາງທີ່ຢູ່ຫ່າງໄກ.
- ຜູ້ຮັບເງິນປາຍທາງໄດ້ຮັບເງິນທັນທີ.
- ຮັບປະກັນຄວາມປອດໄພສູງ.
ປະເພດສະກຸນເງິນໂອນ:
ທ່ານສາມາດໂອນໄດ້: ສະກຸນເງິນກີບ, ສະກຸນເງິນບາດ, ຢວນ ແລະ ສະກຸນເງິນໂດລາ.
ເງື່ອນໄຂການໂອນເງິນ ແລະ ຄ່າທໍານຽມ:
- ລູກຄ້າທີ່ໃຊ້ບໍລິການໂອນເງິນແມ່ນບໍ່ຈໍາກັດອາຍຸ ແລະ ສາມາດໃຊ້ບໍລິການນີ້ຕາມວັນເວລາລັດຖະການ.
- ລູກຄ້າທັງຜູ້ຝາກ ແລະ ຜູ້ຮັບຕ້ອງມີບັດປະຈໍາຕົວ ຫຼື ປື້ມສໍາມະໂນຄົວ.
- ລູກຄ້າຕ້ອງປະຕິບັດຕາມຂັ້ນຕອນການໂອນ ຫຼື ຮັບ, ຕາມລະບຽບຂອງທະນາຄານລາວຈີນ.
ເອກະສານໃນການໂອນ:
1. ກໍລະນີມີບັນຊີຝາກນໍາທະນາຄານລາວຈີນ
- ເລກບັນຊີ.
- ຊື່ເຈົ້າຂອງບັນຊີ.
- ແບບຟອມການໂອນເງີນ.
2. ກໍລະນີບໍ່ມີບັນຊີເງິນຝາກນໍາທະນາຄານ
- ແບບຟອມການໂອນເງິນ.
- ໃບມອບເງິນສົດພ້ອມລາຍເຊັນ.
ເອກະສານໃນການຮັບ:
1. ກໍລະນີຮັບເງິນໂອນເຂົ້າບັນຊີ
- ຈໍານວນເງິນທີ່ໂອນມາຈະເຂົ້າບັນຊີຂອງທ່ານໂດຍກົງ.