ສິນເຊື່ອສ່ວນບຸກຄົນເພື່ອການບໍລິໂພກ - ອຸປະໂພກ

ແນະນຳຜະລິດຕະພັນ:

  ທະນາຄານລາວຈີນ ຈຳກັດ ບໍລິການປ່ອຍສິນເຊື່ອໃຫ້ແກ່ບຸກຄົນເພື່ອນໍາໃຊ້ເຂົ້າໃນການບໍລິໂບກ - ອຸປະໂພກ, ຊຶ່ງເປັນຜະລິດຕະພັນສິນເຊື່ອສ່ວນບຸກຄົນທີ່ໃຊ້ໃນການບໍລິໂບກ - ອຸປະໂພກຂອງບູກຄົນ ແລະ ຄອບຄົວ ຊຶ່ງລວມທັງ: ການສ້ອມແປງທີ່ຢູ່ອາໄສ, ແຕ່ງງານ, ຊື້ຍານພາຫະນະ, ຊື້ເຄື່ອງໃຊ້ຄົວເຮືອນ, ເຄື່ອງເຟີນີເຈີ ແລະ ອື່ນໆ.

ເອກະສານປະກອບໃນການຂໍສິນເຊື່ອ:

  1. ໃບສະເໜີຂໍກູ້ຢືມ (ສາມາດດາວໂຫຼດໃນເວັບໄຊຂອງທະນາຄານ)
  2. ສຳເນົາບັດປະຈຳຕົວ, ໜັງສືເດີນທາງ ຫຼື ເອກະສານຢັ້ງຢືນອື່ນໆ.
  3. ສຳເນົາບັດປະຈຳຕົວ ຜົວ ຫຼື ເມຍຂອງຜູ້ກູ້ຢືມ ແລະ ໃບຢັ້ງຢືນການແຕ່ງງານ.
  4. ສັນຍາການບໍລິໂພກ - ອຸປະໂພກ ແລະ ໃບບິນ ຫຼື ໃບຢັ້ງຢືນຮັບເງິນ.
  5. ໃບຢັ້ງຢືນການເຮັດວຽກ.
  6. ເອກະສານຢັ້ງຢືນຄວາມສາມາດໃນການຊຳລະຄືນ (ເຊັ່ນ: ໃບຢັ້ງຢືນລາຍຮັບ, ເງີນເດືອນ, ອາກອນເງິນເດືອນ ແລະ ຊັບສິນອື່ນໆ).
  7. ເອກະສານຢັ້ງຢືນກຳມະສິດກ່ຽວກັບຫລັກຊັບຄ້ຳປະກັນ.
  8. ເອກະສານອື່ນໆຕາມຄວາມຕ້ອງການຂອງທະນາຄານ.

ວັດຖຸປະສົງ:

  ທາງທະນາຄານ ລາວຈີນ ຈຳກັດ ຈະພິຈາລະນາ ແລະ ອະນຸມັດວົງເງິນສິນເຊື່ອໃຫ້ແກ່ລູກຄ້າໂດຍອີງຕາມສະພາບຕົວຈິງດ້ານຄວາມໜ້າເຊື່ອຖື, ຊັບສິນ ແລະ ຄວາມຕ້ອງການດ້ານສິນເຊື່ອຂອງລູກຄ້າ, ຊຶ່ງລູກຄ້າສາມາດນຳໃຊ້ເງິນກູ້ໄດ້ຫຼາຍເທື່ອຕາມວົງເງິນສິນເຊື່ອ ແລະ ຕາມກຳນົດເວລາ, ສຳລັບດອກເບັ້ຍເງິນກູ້ຈະເກັບຕາມການນຳໃຊ້ເງິນຕົວຈິງ.

ຄຸນລັກສະນະ:

  (1) ຮູບແບບການຄໍ້າປະກັນ: ທະນາຄານຮັບການຄໍ້າປະກັນດ້ວຍອະສັງຫາລິມະຊັບ, ສັງຫາລິມະຊັບ, ຄ້ຳປະກັນດ້ວຍການຮັບປະກັນ ແລະ ຄ້ຳປະກັນດ້ວຍຄວາມໜ້າເຊື່ອຖື.
  (2) ນໍາໃຊ້ສະດວກສະບາຍ: ອະນຸມັດຄັ້ງດຽວ, ສາມາດໝູນວຽນນໍາໃຊ້.