ການອອກສິນເຊື່ອເປີດ L/C:
ເງື່ອນໄຂການຄ້ຳປະກັນອື່ນໆເພື່ອກຳນົດວົງເງິນການປ່ອຍສິນເຊື່ອ, ສຳລັບວົງເງິນສິນເຊື່ອດັ່ງກ່າວແມ່ນປະຕິບັດການຄວບຄຸມຍອດເຫຼືອ, ສາມາດນໍາໃຊ້ໝູນວຽນໄດ້, ການອອກສິນເຊື່ອເປີດL/C ໝາຍເຖິງທະນາຄານລາວຈີນ ຈຳກັດ ຈະໃຫ້ບໍລິການອອກໜັງສືສິນເຊື່ອ (L/C)ໃຫ້ແກ່ລູກຄ້າເພື່ອການນຳເຂົ້າສິນຄ້າ, ໂດຍຍັງບໍ່ທັນໄດ້ເກັບເງິນຄ້ຳປະກັນເຕັມຈຳນວນຈາກລູກຄ້າ, ເພື່ອຕອບສະໜອງຄວາມຕ້ອງການເງິນທຶນໄລຍະສັ້ນຂອງຜູ້ນຳເຂົ້າສິນຄ້າພາຍໃຕ້ໜັງສືສິນເຊື່ອການນຳເຂົ້າ.
ຂັ້ນຕອນດຳເນີນການ:
1. ທະນາຄານລາວຈີນ ຈຳກັດຈະພິຈາລະນາການສະເໜີຂອງຜູ້ນຳເຂົ້າ, ໂດຍອີງຕາມຄວາມສາມາດໃນການຊຳລະໜີ້ສິນຄືນ, ປະຫວັດການປະຕິບັດສັນຍາ ແລະ ຜູ້ນໍາເຂົ້າສາມາດຖືກຍົກເວັ້ນເງິນມັດຈຳເພື່ອເປີດ L/C ທັງໝົດ ຫຼື ສ່ວນໜຶ່ງໃນວົງເງິນສິນເຊື່ອດັ່ງກ່າວ, ໃນກໍລະນີຜູ້ນໍາເຂົ້າຫາກຍັງບໍ່ເຄີຍໄດ້ຮັບວົງເງິນສິນເຊື່ອມາກ່ອນ, ກໍ່ສາມາດໃຊ້ວິທີພິຈາລະນາອານຸມັດການປ່ອຍສິນເຊື່ອເປັນແຕ່ລະງວດ.
2. ທາງທະນາຄານ ຈະຮັບການບໍລິການອອກໜັງສືສິນເຊື່ອຕໍ່ພາຍນອກຕາມການສະເໜີຂໍເປີດ L/C ຂອງຜູ້ນໍາເຂົ້າສິນຄ້າ, ນຳໃຊ້ວົງເງິນສິນເຊື່ອ (ຫຼືປ່ອຍສິນເຊື່ອເປັນແຕ່ລະງວດ).
3. ທາງທະນາຄານ ຈະຮັບການບໍລິການເອກະສານຮຽກເກັບ L/C ຈາກຜູ້ສົ່ງອອກ, ຜ່ານການກວດສອບຄວາມຖືກຕ້ອງແລ້ວຫັກຈຳນວນເງິນຂອງຜູ້ນຳເຂົ້າເພື່ອຈ່າຍຊຳລະຕ່າງປະເທດ, ພ້ອມທັງປ່ອຍວົງເງິນສິນເຊື່ອກ່ຽວຂ້ອງ.