ຂັ້ນຕອນດຳເນີນການ:
1. ຫຼັງຈາກທາງທະນາຄານໄດ້ຮັບໜັງສືສິນເຊື່ອ ຫຼື ໜັງສືປັບປຸງແລ້ວ, ດຳເນີນການກວດສອບຄວາມຖືກຕ້ອງດ້ານລາຍເຊັນ ຫຼື ເລກລະຫັດຂອງໜັງສືສິນເຊື່ອ (L/C).
2. ທາງທະນາຄານຈະແຈ້ງກ່ຽວກັບໜັງສືສິນເຊື່ອ ຫຼື ໜັງສືປັບປຸງໃຫ້ແກ່ຜູ້ຮັບປະໂຫຍດ (Beneficiary), ພ້ອມທັງໃຫ້ການແນະນໍາກ່ຽວກັບຄວາມສ່ຽງທີ່ອາດບົ່ມຊ້ອນໃນເງື່ອນໄຂຂອງໜັງສືສິນເຊື່ອດັ່ງກ່າວ.