ກວດສອບໜັງສືສິນເຊື່ອ ຫຼື ຮັບເງິນເຂົ້າບັນຊີ:
ການກວດສອບ L/C ແມ່ນການໃຫ້ບໍລິການແກ່ລູກຄ້າແບບຄົບວົງຈອນຂອງທະນາຄານລາວຈີນ ຈຳກັດ ພາຍໃຕ້ການບໍລິການໜັງສືສິນເຊື່ອ (L/C), ດໍາເນີນການກວດສອບເອກະສານ, ສົ່ງເອກະສານຮຽກເກັບຕາມການສະໜອງຂອງຜູ້ສົ່ງອອກ ແລະ ຮັບເງິນເຂົ້າບັນຊີ.
ຂັ້ນຕອນດຳເນີນການ:
1. ຫຼັງຈາກຜູ້ສົ່ງອອກ (ຜູ້ຮັບປະໂຫຍດຈາກ L/C) ໄດ້ປະຕິບັດຕາມເງື່ອນໄຂຂອງ L/C ໃນການກຽມຂົນສົ່ງສິນຄ້າແລ້ວຍື່ນເອກະສານການສົ່ງອອກໃຫ້ທາງທະນາຄານ.
2. ທະນາຄານ ຈະທຳການກວດກາເອກະສານ, ຈາກນັ້ນຈະສົ່ງເອກະສານດັ່ງກ່າວໄປຍັງທະນາຄານຜູ້ອອກໜັງສືສິນເຊື່ອ (L/C) ຫຼື ທະນາຄານທີ່ຖືກກໍານົດເພື່ອດໍາເນີນການຮຽກເກັບເງິນ.
3. ຫຼັງຈາກທະນາຄານຜູ້ອອກໜັງສືສິນເຊື່ອ (L/C) ຢູ່ຕ່າງປະເທດ ໄດ້ຮັບເອກະສານຮຽກເກັບແລ້ວແຈ້ງໃຫ້ຜູ້ຮ້ອງຂໍອອກໜັງສືສິນເຊື່ອ (L/C) ຮັບຊາບ.
4. ເມື່ອເຖິງກຳນົດເວລາ, ທາງທະນາຄານຜູ້ອອກໜັງສືສິນເຊື່ອ (L/C) ຢູ່ຕ່າງປະເທດຈະຊໍາລະເງິນໃຫ້ທາງທະນາຄານ, ຈາກນັ້ນ ທາງທະນາຄານຈະເບີກຈ່າຍໃຫ້ແກ່ຜູ້ສົ່ງອອກ.