ຮັບເງິນໂອນຄ່າສິນຄ້າສົ່ງອອກ:
ເງິນມັດຈຳເພື່ອການສົ່ງອອກແມ່ນຫຼັງຈາກທີ່ຜູ້ສົ່ງອອກສົ່ງອອກສິນຄ້າ ແລະ ໄດ້ຮັບ L/C ຫຼື ເອກະສານຮຽກເກັບຕາມສັນຍາແລ້ວ, ທະນາຄານຈະສະໜອງເງິນທຶນໄລຍະສັ້ນຕາມເອກະສານຢັ້ງຢືນທີ່ສະເໜີມາເຊັ່ນ: ການປະຕິເສດ ຫຼື ຮອດກຳນົດແລ້ວບໍ່ຈ່າຍຂອງທະນາຄານຜູ້ອອກ L/C ຫຼື ຜູ້ຮັບສິດໃນການຊຳລະ, ທາງທະນາຄານຈະເລັ່ງທວງສິດຂອງຜູ້ສົ່ງອອກ, ເພື່ອຕອບສະໜອງຄວາມຕ້ອງການເງິນທຶນໄລຍະສັ້ນຂອງຜູ້ສົ່ງອອກພາຍໃຕ້ L/Cຫຼື ການຮຽກເກັບ.
ຂັ້ນຕອນດຳເນີນການ:
1. ຜູ້ສົ່ງອອກເຮັດສັນຍາດ້ານການເງິນກັບທະນາຄານ.
2. ຜູ້ສົ່ງອອກຕ້ອງຍື່ນເອກະສານຢັ້ງຢືນໃນການສົ່ງອອກ ແລະ ໃບຄຳຮ້ອງຂໍເງິນມັດຈຳເພື່ອການສົ່ງອອກ.
3. ທະນາຄານ ຈະທຳການກວດສອບເອກະສານ, ໂອນເງິນມັດຈຳທີ່ລົບເອົາຄ່າດອກເບັ້ຍອອກແລ້ວເຂົ້າບັນຊີຂອງຜູ້ສົ່ງອອກ.
4. ທະນາທານສົ່ງເອກະສານເພື່ອຮຽກເກັບໄປຍັງທະນາຄານປາຍທາງຢູ່ຕ່າງປະເທດ (ທະນາຄານຜູ້ອອກ L/C ຫຼື ທະນາຄານທີ່ຖືກກໍານົດ ຫຼື ທະນາຄານຕົວແທນໃນການຮຽກເກັບພາຍໃຕ້ຮູບແບບ L/C).
5. ທະນາຄານຢູ່ຕ່າງປະເທດໄດ້ຮັບເອກະສານຮຽກເກັບແລ້ວແຈ້ງໃຫ້ຜູ້ຮອ້ງຂໍອອກ L/C ຫຼື ຜູ້ຖືກມອບສິດໃນການຊຳລະ.
6. ທະນາຄານຢູ່ຕ່າງປະເທດ ຈະຊຳລະເງິນໃຫ້ທະນາຄານເມື່ອເຖິງກຳນົດ, ຈາກນັ້ນທະນາຄານຈະໂອນຍອດເຫຼືອຂອງເງິນມັດຈຳນັ້ນ ຄືນເຂົ້າບັນຊີຂອງຜູ້ສົ່ງອອກ.
ຄໍາແນະນຳ:
1. ທ່ານຄວນເຮັດສັນຍາເງິນມັດຈຳເພື່ອການສົ່ງອອກເປັນທາງການກັບທະນາຄານ.
2. ຍື່ນໃບຄຳຮ້ອງຂໍເງິນມັດຈຳເພື່ອການສົ່ງອອກເປັນລາຍລັກອກສອນ.
3. ຜູ້ສະເໜີຂໍເງິນມັດຈຳພາຍໃຕ້ຮູບແບບ L/C ຕ້ອງແມ່ນຜູ້ຮັບປະໂຫຍດຈາກ L/C, ຜູ້ສະເໜີຂໍມັດຈໍາພາຍໃຕ້ຮູບແບບຮຽກເກັບ (Collection)ຕ້ອງແມ່ນຜູ້ສົ່ງອອກ.
4. L/C ທີ່ຈໍາກັບທະນາຄານເຈລະຈາອື່ນໃນການເບີກຈ່າຍ, ຈະບໍ່ສາມາດດຳເນີນເງິນມັດຈຳໃນການສົ່ງອອກໄດ້.
5. ສະເໜີຂໍເງິນມັດຈຳພາຍໃຕ້ຮູບແບບ L/C, ຕ້ອງພະຍາຍາມຍື່ນເອກະສານທີ່ກົງກັບເອກະສານການສົ່ງອອກ.
6. ຖ້າຫາກວ່າທ່ານຕ້ອງການນຳໃຊ້ຮູບແບບເງິນມັດຈຳໃນການສົ່ງອອກເພື່ອເປັນການຈັດຫາແຫຼ່ງທຶນ, ດີທີ່ສຸດຕ້ອງພະຍາຍາມຫຼີກລ້ຽງໃນກໍລະນີດັ່ງຕໍ່ໄປນີ້: ເອກະສານຂົນສົ່ງທີ່ບໍ່ແມ່ນເອກະສານດ້ານສິດທິຂອງສິນຄ້າ; ຍັງບໍ່ທັນໄດ້ຍື່ນເອກະສານທັງໝົດກ່ຽວກັບສິດທິດ້ານສິນຄ້າ; Transferable L/C; ເປັນ L/C ທີ່ມີເງື່ອນໄຂບໍ່ພຽງພໍ, ເອກະສານຮຽກເກັບທີ່ມີການບໍ່ສອດຄ່ອງ.