ເອກະສານຕົ້ນຕໍໃນການຮ້ອງຂໍສິນເຊື່ອ:
(1) ໃບສະເໜີກູ້ຢືມ (ສາມາດດາວໂຫຼດໃນເວັບໄຊຍ໌ຂອງທະນາຄານ).
(2) ໃບທະບຽນວິສາຫະກິດນິຕິບຸກຄົນ ທີ່ຜ່ານການກວດກາປະຈຳປີແລ້ວ.
(3) ປະຫວັດຫຍໍ້ຂອງບໍລິສັດ ແລະ ແຜນການທຸລະກິດປະຈຳປີ 2014.
(4) ກົດລະບຽບຂອງບໍລິສັດ (ຖ້າມີການປັບປຸງຕ້ອງໄດ້ຈົດທະບຽນໃນການປ່ຽນແປງ).
(5) ໃບຢັ້ງຢືນການເສຍອາກອນ (ໃນໄລຍະ 03 ປີຜ່ານມາ).
(6) ໃບຢັ້ງຢືນດ້ານການເງິນຈົດທະບຽນວິສາຫະກິດ.
(7) ໃບອານຸຍາດການລົງທຶນຕ່າງປະເທດ.
(8) ໃບຢັ້ງຢືນຂອງຜູ້ຕາງໜ້າທາງກົດໝາຍ.
(9) ຊີວະປະຫວັດຂອງຜູ້ຕາງໜ້າທາງກົດໝາຍ ແລະ ສຳເນົາບັດປະຈຳຕົວ (ໜັງສືຜ່ານແດນ, ໃບຢັ້ງຢືນທີ່ຢູ່).
(10) ສຳເນົາບັດປະຈຳຕົວຂອງບັນດາຂາຮຸ້ນ.
(11) ລາຍຊື່ຜູ້ບໍລິຫານຂອງບໍລິສັດ ພ້ອມທັງຊີວະປະຫວັດ.
(12) ໃບມອບສິດ ແລະ ສຳເນົາບັດປະຈຳຕົວຂອງຜູ້ມອບສິດ.
(13) ບົດລາຍງານ ທາງດ້ານການເງິນທີ່ຜ່ານການກວດກາຈາກການກວດສອບບັນຊີໃນໄລຍະ 03 ປີຜ່ານມາ ແລະ ປະຈຸບັນ (ຕາຕະລາງຊັບສິນໜີ້ສິນ, ຄ່າຫຼຸ້ຍຫ້ຽນ, ຕາຕະລາງກະແສເງິນສົດ, ຖ້າບໍລິສັດຫາກໍ່ສ້າງຕັ້ງບໍ່ຄົບສາມປີໃຫ້ລາຍງານການເຄື່ອນໄຫວບັນຊີນັບແຕ່ມື້ສ້າງຕັ້ງເປັນຕົ້ນມາ) ແລະ ເອກະສານຄັດຕິດ.
(14) ແບບຢ່າງກາປະທັບ, ລາຍເຊັນຂອງຜູ້ຕາງໜ້າທາງກົດໝາຍ, ຄະນະສະພາບໍລິຫານ ແລະ ຜູ້ມອບສິດ.
(15) ການສະເໜີກູ້ຢືມ ແລະ ຂໍ້ຕົກລົງຂອງສະພາບໍລິຫານ (ກອງປະຊຸມຜູ້ຖືຮຸ້ນ).
(16) ໃບສະແດງການເຄື່ອນໄຫວບັນຊີທະນາຄານ (Bank Statement) ໃນໄລຍະ 03 ເດືອນຂຶ້ນໄປ.
(17) ໃບບິນເສຍຄ່ານ້ຳ, ຄ່າໄຟໃນໄລຍະ 03 ເດືອນຂຶ້ນໄປ.
(18) ສັນຍາຄ້າຂາຍ, ຂໍ້ຕົກລົງ, ໃບສັ່ງຊື້ ຫຼື ໜັງສືເຈດຈຳນົງ.
(19) ສັນຍາການເຊົ່າເນື້ອທີ່ດິນເພື່ອການຜະລິດ, ສັນຍາການເຊົ່າເຮືອນ.
Ø ສຳລັບບໍລິສັດກໍ່ສ້າງ ແລະ ຕິດຕັ້ງ ຕ້ອງປະກອບເອກະສານເພີ່ມເຕີມດັ່ງນີ້:
(1) ໃບຮັບຮອງດ້ານວິຊາສະເພາະ.
(2) ໃບອານຸຍາດດຳເນີນໂຄງການ.
(3) ສັນຍາການກໍ່ສ້າງ ແລະ ຕິດຕັ້ງ.
(4) ເງິນທຶນຕົນເອງ ແລະ ແຜນຈັດຫາແຫຼ່ງທຶນໃນການກໍ່ສ້າງອື່ນໆ ແລະ ເອກະສານຢັ້ງຢືນທີ່ມາຂອງແຫຼ່ງທຶນທີ່ແນ່ນອນ.
Ø ສຳລັບໂຄງການກໍ່ສ້າງ, ໂຄງການປັບປຸງດ້ານເຕັກນິກຕ້ອງປະກອບເອກະສານເພີ່ມເຕີມດັ່ງນີ້:
(1) ບົດລາຍງານສະພາບຂອງໂຄງການ (ລາຍງານໂຄງການໂດຍຫຍໍ້, ການປະເມີນຄິດໄລ່ໂຄງການ, ປື້ມຄິດໄລ່ໂຄງການ, ຕາຕະລາງຄວາມຄືບໜ້າຂອງໂຄງການ).
(2) ເງິນທຶນກໍ່ສ້າງໂຄງການ, ເງິນທຶນກໍ່ສ້າງອື່ນໆ, ແຜນການການຊອກຫາທຶນໝູນວຽນການຜະລິດ ແລະ ເອກະສານຮັບຮອງ ຫຼື ສັນຍາທີ່ກ່ຽວຂ້ອງເພື່ອຢັ້ງຢືນທີ່ມາຂອງແຫຼ່ງທຶນທີ່ແນ່ນອນ.
(3) ບົດລາຍງານຄວາມຄືບໜ້າວຽກງານກະກຽມໄລຍະຕົ້ນຂອງໂຄງການ.
(4) ສະພາບການຢືນຢັນເງື່ອນໄຂການກໍ່ສ້າງ:
① ການຢືນຢັນການນຳໃຊ້ທີ່ດິນ ແລະ ເອກະສານອານຸຍາດ.
② ທີ່ມາຂອງວັດຖຸດິບເພື່ອການຜະລິດ ແລະ ການຮັບຮອງ.
③ ສະພາບແຫຼ່ງນໍ້າ, ໄຟຟ້າ, ອາຍແກັດສ ແລະ ຄວາມຮັບປະກັນ.
④ ການຮັບຮອງດ້ານເງື່ອນໄຂການຄົມມະນາຄົມຂົນສົ່ງ.
(5) ສັນຍາ ຫຼື ຂໍ້ຕົກລົງສັ່ງຊື້ອຸປະກອນກົນຈັກ ແລະ ການກໍ່ສ້າງ.
(6) ມາດຕະການຮັກສາສິ່ງແວດລ້ອມ ແລະ ໜັງສືອານຸມັດ (ຖ້າມີຕ້ອງສະໜອງ).
(7) ສຳລັບວິສາຫະກິດການຄ້າຕ່າງປະເທດຕ້ອງສະໜອງໃບອານຸຍາດສິດດຳເນີນທຸລະກິດການນຳເຂົ້າ ແລະ ສົ່ງອອກ.
ໝາຍເຫດ : ເອກະສານທັງໝົດຂ້າງເທິງສະໜອງຢ່າງລະສະບັບ, ພ້ອມທັງປະທັບຕາຂອງບໍລິສັດມາພ້ອມ.
ເອກະສານຕົ້ນຕໍໃນການຮ້ອງຂໍຄ້ຳປະກັນ
Ø ເອກະສານທີ່ຕ້ອງການໃນການຄ້ຳປະກັນມີ:
(1) ຂໍ້ມູນເອກະສານຂອງຜູ້ຮັບປະກັນ ແລະ ຜູ້ສະເໜີຂໍກູ້ຢືມນັ້ນຕ້ອງກົງງກັນ.
(2) ຂໍ້ຕົກລົງເຫັນດີຂອງສະພາບໍລິຫານ (ຂາຮຸ້ນ) ໃນການຂໍອອກຄ້ຳປະກັນ.
(3) ເອກະສານອື່ນໆທີ່ທະນາຄານເຫັນວ່າມີຄວາມຈຳເປັນ.
Ø ເອກະສານທີ່ຕ້ອງການໃນການມັດຈໍາ (ຈໍານຳ)ມີ:
(1) ລາຍການວັດຖຸມັດຈໍາ (ຈຳນຳ).
(2) ໃບຢັ້ງຢືນດ້ານສິດທິຕໍ່ວັດຖຸມັດຈໍາ (ຈຳນຳ).
(3) ໃບຄຳໝັ້ນສັນຍາໃນການມັດຈໍາ (ຈຳນຳ).
(4) ຂໍ້ຕົກລົງເຫັນດີຂອງສະພາບໍລິຫານ (ຂາຮຸ້ນ) ໃນການມັດຈໍາ (ຈຳນຳ).
(5) ເອກະສານຕົກລົງເຫັນດີໃນການມັດຈຳ (ຈຳນຳ) ຂອງຜູ້ເປັນເຈົ້າຂອງຊັບສິນ.
(6) ຖ້າຫາກວ່າຜູ້ມັດຈໍາ (ຈຳນຳ) ເປັນບຸກຄົນທີ 03, ຕ້ອງສະໜອງເອກະສານ.
ດັ່ງນີ້:
- ໃບທະບຽນວິສາຫະກິດນິຕິບຸກຄົນທີ່ຜ່ານການກວດກາປະຈຳປີແລ້ວ.
- ໃບຢັ້ງຢືນການເສຍອາກອນ (ໃນໄລຍະ 01 ປີຜ່ານມາ).
- ກາປະທັບຂອງບໍລິສັດ (ຖ້າມີການປ່ຽນແປງຕ້ອງມີໄດ້ຈົດທະບຽນໃນການປ່ຽນແປງ).
- ໃບຢັ້ງຢືນດ້ານການເງິນຈົດທະບຽນວິສາຫະກິດ.
- ຂໍ້ຕົກລົງເຫັນດີຂອງສະພາບໍລິຫານ (ຂາຮຸ້ນ)ໃນການມັດຈໍາ.
ໝາຍເຫດ: ເອກະສານທັງໝົດຂ້າງເທິງສະໜອງຢ່າງລະສະບັບ, ພ້ອມທັງປະທັບຕາຂອງບໍລິສັດມາພ້ອມ.