ລະຫ່ວາງຄູ່ຮ່ວມທຶນ:
ພາບລວມທະນາຄານການຄ້າຕ່າງປະເທດລາວມະຫາຊົນ:
ທະນາຄານການຄ້າຕ່າງປະເທດລາວມະຫາຊົນສ້າງຕັ້ງຂຶ້ນໃນປີ 1975, ໄດ້ຂະຫຍາຍຕົວຢ່າງຕໍ່ເນື່ອງ, ຮອດປັດຈຸບັນເປັນບໍລິສັດທຳອິດທີ່ເຂົ້າສູ່ຕະຫຼາດຫຼັກຊັບ.
ນອກຈາກນັ້ນ,ໄດ້ກາຍ ເປັນທະນາຄານລັດທີ່ໃຫຍ່ທີ່ສຸດ ແລະ ມີຄວາມສາມາດໃນການສ້າງກຳໄລຫຼາຍທີ່ສຸດ, ມີຖານະສຳຄັນໃນການເງິນຂອງປະເທດ.
ທະນາຄານການຄ້າຕ່າງປະເທດລາວມະຫາຊົນເປັນທະນາຄານ ລັດທີ່ນຳພາພາຍໃຕ້ການຊີ້ນຳ ແລະ ການສະໜັບສະໜູນຂອງນະໂຍບາຍພັດທະນາເສດຖະກິດຂອງລັດຖະບານສປປລາວ,ຈິດສຳນຶກແມ່ນປະກອບສ່ວນເຂົ້າໃນການພັດທະນາເສດຖະກິດສັງຄົມ ແລະ ສ້າງສາປະເທດຊາດ, ໃຫ້ການບໍລິການທັນສະໄໝ ແລະ ອຳນວຍຜົນປະໂຫຍດໃຫ້ແກ່ລູກຄ້າພາຍໃນ ແລະ ຕ່າງປະເທດ. ໂດຍຜ່ານການຂະຫຍາຍຕົວ 30 ກວ່າປີ, ຂອບເຂດການເຄື່ອນໄຫວໄດ້ນັບມື້ນັບກວ້າງຂຶ້ນກວ່າເກົ່າ, ປະລິມານທຸລະກຳຄືເງິນຝາກເງິນກູ້ ແລະ ກຸ່ມລູກຄ້າໄດ້ນັບມື້ນັບຫຼາຍຂຶ້ນ.
ພາບລວມທະນາຄານຟູ້ຕ່ຽນ: ປີ 2007 ອໍານາດການປົກຄອງແຂວງຢຸນນານໄດ້ຫັນຈາກທະນາຄານທຸລະກິດນະຄອນຄຸນມິງມາເປັນທະນາຄານທຸລະກິດຫຸ້ນສ່ວນທ້ອງຖິ່ນລະດັບແຂວງບົນພື້ນຖານການເພີ່ມຊັບສິນຜັນຂະຫຍາຍຫຸ້ນສ່ວນ. ໂດຍຜ່ານການເປີດກວ້າງຜັນຂະຫຍາຍການປັບປຸງໂຄງສ້າງ ແລະ ເສີມສ້າງການຄຸ້ມຄອງ, ທະນາຄານຟູ້ຕ່ຽນໄດ້ຂະຫຍາຍຕົວຢ່າງຕໍ່ເນື່ອງ, ມີກ້າວບາດຂະຫຍາຍຕົວຕະຫຼອດ, ໄດ້ຮັບໃບຍ້ອງຍໍໃບຊົມເຊີຍຕ່າງໆເຊັ່ນ: ໃບຍ້ອງຍໍທະນາຄານນດີເດັ່ນໃນສິບທະນາຄານທີ່ສະໜັບສະໜູນວິສາຫະກິດຂະໜາດກາງ ແລະ ນ້ອຍ, ໃບຍ້ອງຍໍທະນາຄານທຸລະກິດເມືອງດີ ເດັ່ນໃນສິບທະນາຄານຂອງທົ່ວປະເທດ, ເມືອງຍີ່ຫໍ້ທາງດ້ານການເງິນທີ່ມີການແຂ່ງຂັນຫຼາຍທີ່ສຸດໃນພາກພື້ນຂອງຈີນ " ແລະ ລາງວັນສຳຄັນອື່ນໆລະດັບປະເທດ, ໄດ້ຖືກວາລະສານ The Banker ຂອງປະເທດອັງກິດເຫຼືອກເປັນທະນາຄານທົ່ວໂລກອັນດັບ 758 ໃນທະນາຄານຈໍານວນ 1000 ແຫ່ງ. ໂດຍຜ່ານການຂະຫຍາຍຕົວ, ທະນາຄານຟູ້ຕ່ຽນໄດ້ຊອກເຫັນຊ່ອງທາງ ການຂະຫຍາຍຕົວເນັ້ນໃສ່ການເສີມສ້າງທະນາຄານຂະໜາດກາງ ແລະ ນ້ອຍທີ່ມີລັກສະນະສະເພາະໂຕ ແລະ ພິເສດກວ່າໝູ່ທະນາຄານຟູ້ຕ່ຽນໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ ແລະ ສັງຄົມຂອງແຂວງຢຸນນານ, ແລະ ມີຕຳແໜ່ງພາລະບົດບາດທີ່ສຳຄັນໃນຂະບວນການປະຕິຮູບທາງດ້ານການເງິນ.