ຄຸນລັກສະນະ:
ເປັນທາງເຫຼືອກສຳລັບທຸກຄົນທີ່ມີລາຍຮັບປະຈໍາ ແລະ ຕ້ອງການສະສົມເງິນໃນໄລຍະສັ້ນ ເພື່ອສະດວກໃນການເບີກຖອນດ້ວຍປື້ມເງິນຝາກ, ບັດ ATM, ບັດວິຊາ Debit, ເງິນຈາກໂອນພາຍໃນ ແລະ ຕ່າງປະເທດ.
ຜົນປະໂຫຍດທີ່ໄດ້ຮັບ:
- ເປັນບັນຊີທີ່ໃຊ້ໃນການປະຢັດ ແລະ ທ້ອນເງິນໃນໄລຍະສັ້ນ ມີຄວາມສະດວກໃນການຝາກ-ຖອນ.
- ສາມາດເຮັດບັດ ATM ເພື່ອສະດວກໃນການເບີກຖອນ ແລະໂອນເງິນຜ່ານຕູ້ ເອທີເອັມ ແລະ ເຄື່ອງ EDC.
- ສາມາດໃຊ້ບັນຊີປະເພດນີ້ເພື່ອໂອນ, ຊຳລະຄ່າສິນຄ້າ ແລະ ບໍລິການເຊັ່ນ: ຄ່ານ້ຳປະປາ, ຄ່າໄຟຟ້າ, ຄ່າໂທລະສັບ, ... ດ້ວຍການຫັກບັນຊີໂດຍອັດຕະໂນມັດ.
- ໄດ້ຮັບດອກເບ້ຍຕາມອັດຕາດອກເບ້ຍທີ່ທາງທະນາຄານໄດ້ກຳນົດໄວ້.
- ສາມາດນຳໃຊ້ເພື່ອຢັ້ງຢືນຖານະທາງການເງິນ.
ປະເພດສະກຸນເງິນຝາກ:
ສະກຸນເງິນກີບ, ບາດໄທ, ເງິນຢວນ ແລະ ໂດລາສະຫະລັດອາເມລິກາ
ວົງເງິນຝາກ:
ວົງເງິນເປີດບັນຊີຄັ້ງທຳອິດ: ບັນຊີເງິນກີບ: 50,000 ກີບ, ບັນຊີເງິນໂດລາສະຫະລັດ: 5 ໂດລາ, ບັນຊີເງິນບາດໄທ: 200 ບາດ, ບັນຊີເງິນຢວນ: 50 ຢວນ ແລະ ຍອດເຫຼືອໃນບັນຊີສາມາດເປັນ 0 ໄດ້ທຸກສະກຸນເງິນ.
ອັດຕາດອກເບ້ຍ:
ທ່ານຈະໄດ້ຮັບດອກເບ້ຍເງິນຝາກປະຢັດ 4 ຄັ້ງຕໍ່ປີ ທຸກໆວັນທີ 21 ຂອງໄຕມາດ.
ເງື່ອນໄຂການໃຊ້ບໍລິການ:
- ຖ້າເປັນພົນລະເມືອງລາວ ຕ້ອງມີບັດປະຈຳຕົວ, ປື້ມສຳມະໂນຄົວ, ໃບຂັບຂີ່, ບັດປະຈຳຕົວທະຫານ, ບັດຕຳຫຼວດ, ເລກທີ່ປະກັນສັງຄົມ ແລະ ອື່ນໆ.
- ຖ້າເປັນຄົນລາວທີ່ບໍ່ຕັ້ງພູມລຳເນົາຢູ່ລາວ ຈະຕ້ອງມີໜັງສືເດີນທາງເອກະສານຢັ້ງຢືນຮັບປະກັນ ຫຼື ມີລາຍເຊັນຮ່ວມຈາກບຸກຄົນທີ່ຕັ້ງຖິ່ນຖານຢູ່ລາວ.
- ຖ້າເປັນຄົນຕ່າງປະເທດ ຈະຕ້ອງມີ: ບັດຕ່າງດ້າວຖາວອນ, ໜັງສືເດີນທາງ, ບັດແຮງງານ(ອອກໂດຍກະຊວງແຮງງານ), ບັດພະນັກງານສະຖານທູດ ຫຼື ອົງການຈັດຕັ້ງສາກົນ (ອອກໂດຍກະຊວງການຕ່າງປະເທດ). ໃນກໍລະນີທີ່ນຳໃຊ້ໜັງສືເດີນທາງເປີດບັນຊີ ຕ້ອງມີເອກະສານຢັ້ງຢືນຮັບປະກັນຄວາມເປັນພະນັກງານຈາກອົງກອນທີ່ສັງກັດ.
- ທ່ານສາມາດຂຽນປະກອບແບບຟອມເປີດບັນຊີຕາມທີ່ທາງທະນາຄານໄດ້ກຳນົດໃຫ້.