ຄຸນລັກສະນະ:
ບັນຊີຝາກກະແສລາຍວັນ ຫຼື ບັນຊີເງິນຝາກຊໍາລະສະສາງ ເປັນບໍລິການທີ່ອຳນວຍຄວາມສະດວກໃນການບໍລິຫານເງິນໄດ້ຢ່າງຄ່ອງຕົວ ແລະ ປອດໄພໂດຍໃຊ້ແຊັກສັ່ງຈ່າຍຂອງທະນາຄານແທນການໃຊ້ເງິນສົດ ເໝາະສຳລັບຜູ້ທີ່ເຮັດຄ້າຂາຍ ຫຼື ເຮັດທຸລະກິດສ່ວນຕົວທີ່ມີການຮັບ, ການຈ່າຍເງິນໝູນວຽນຕະຫຼອດເວລາ.
ຜົນປະໂຫຍດທີ່ໄດ້ຮັບ:
- ຜູ້ຝາກເງິນປະເພດນີ້ຈະໄດ້ຮັບປື້ມແຊັກເພື່ອເປັນເຄື່ອງມືໃນການຊຳລະສະສາງ.
- ທ່ານຈະສະດວກສະບາຍ, ປອດໄພ ແລະ ປະຢັດເວລາໃນການສັ່ງຈ່າຍ, ບໍລິຫານ ແລະ ຄຸ້ມຄອງ ການເງິນຂອງທ່ານ.
ປະເພດສະກຸນເງິນຝາກ:
ສະກຸນເງິນກີບ, ບາດໄທ, ຢວນ ແລະ ໂດລາສະຫະລັດອາເມລິກາ. ບໍ່ມີວົງເງິນຝາກເລີ່ມຕົ້ນໃນການເປິດບັນຊີ ແລະ ບໍ່ມີຍອດເຫຼືອໃນບັນຊີຕ່ຳສຸດ.
ເງື່ອນໄຂການໃຊ້ບໍລິການ:
ສຳລັບບັນຊີນິຕິບຸກຄົນ(ວິສາຫະກິດຄົນລາວ) ຕ້ອງມີເອກະສານຢັ້ງຢືນຄື:
- ຕ້ອງມີເອກະສານອະນຸຍາດເຄື່ອນໄຫວທຸລະກຳເຊັ່ນ: ໃບສະໜີຂໍເປີດບັນຊີ, ໃບທະບຽນວິສາຫະກິດ, ໃບທະບຽນອາກອນ, ໃບອະນຸຍາດລົງທຶນ.
- ໃນກໍລະນີທີ່ບໍ່ແມ່ນເຈົ້າຂອງທະບຽນວິສາຫະກິດຕ້ອງມີໃບມອບສິດໃນການນຳໃຊ້ໃບທະບຽນວິສາຫະກິດ ແລະ ເອກະສານອື່ນໆທີ່ກ່ຽວຂ້ອງເພື່ອນຳມາເປີດບັນຊີພ້ອມດ້ວຍບັດປະຈຳຕົວຂອງເຈົ້າຂອງທະບຽນວິສາຫະກິດ.
ສຳລັບບັນຊີນິຕິບຸກຄົນ(ວິສາຫະກິດຄົນຕ່າງປະເທດ) ທ່ານຕ້ອງມີເອກະສານຢັ້ງຢືນຄື:
- ຕ້ອງມີເອກະສານອະນຸຍາດເຄື່ອນໄຫວທຸລະກຳເຊັ່ນ: ໃບສະໜີຂໍເປີດບັນຊີ, ໃບທະບຽນວິສາຫະກິດ, ໃບທະບຽນອາກອນ, ໃບອະນຸຍາດລົງທຶນ, ບັດແຮງງານອອກໂດຍກະຊວງແຮງງານ, ໜັງສືຜ່ານແດນຂອງເຈົ້າຂອງບັນຊີຜູ້ມີອຳນາດໃນການເຄື່ອນໄຫວບັນຊີ.
ສຳລັບບັນຊີລັດຖະການ,ໂຄງການ ແລະອົງການຈັດຕັ້ງ:
- ຕ້ອງມີໃບສະເໜີຈາກກົມກອງ ຫຼື ອົງການຈັດຕັ້ງທີ່ກ່ຽວຂ້ອງພ້ອມກາປະທັບ(ຖ້າມີ), ບັດປະຈຳຕົວ ຫຼື ສຳມະໂນຄົວ ຫຼື ບັດພະນັກງານບຳນານ, ບັດແຮງງານອອກໂດຍກະຊວງແຮງງານ ຂອງເຈົ້າຂອງບັນຊີຜູ້ມີອຳນາດໃນການເຄື່ອນໄຫວບັນຊີ. ແຕ່ຖ້າບໍ່ແມ່ນເຈົ້າຂອງບັນຊີຕ້ອງມີໃບອະນຸຍາດບໍລີຫານບັນຊີ.
- ຂຽນແບບຟອມເປີດບັນຊີຕາມທີ່ທາງທະນາຄານໄດ້ກຳນົດໃຫ້.