ເອກະສານປະກອບ:
ອີງຕາມເປົ້າໝາຍ ແລະ ຄຸນລັກສະນະສະເພາະຂອງການໂອນເງິນຕ້ອງຍື່ນເອກະສານຕາມເປົ້າໝາຍດັ່ງກ່າວ.
ຂັ້ນຕອນດຳເນີນການ:
1. ຜູ້ໂອນເງິນຕ້ອງຍື່ນໃບຄຳຮ້ອງເຖິງທະນາຄານ, ພ້ອມທັງປະກອບເອກະສານຕ່າງໆຕາມເປົ້າໝາຍຂອງການໂອນ ແລະ ຄຸນລັກສະນະສະເພາະຂອງການໂອນເງິນ.
2. ຜ່ານການກວດກາສຳເລັດແລ້ວ ທະນາຄານຈະສັ່ງໃນການໂອນເງິນຜ່ານທາງໂທລະສານ (T/T) ຫຼື ທາງຈົດໝາຍ (L/T) ຫຼື ດຣາຟ (Draft) ໃຫ້ທະນາຄານຕົວແທນປາຍທາງໃນການຈ່າຍເງິນໃຫ້ແກ່ລູກຄ້າ.
3. ການໂອນເງິນຜ່ານທາງໂທລະສານ (T/T) ຫຼື ທາງຈົດໝາຍ (L/T) ນັ້ນ, ທະນາຄານຕົວແທນປາຍທາງຈະຈ່າຍເງິນໃຫ້ແກ່ຜູ້ຮັບເງິນຕາມການສັ່ງຈ່າຍຂອງທະນາຄານຕົ້ນທາງ.
4. ການໂອນເງິນຜ່ານທາງດຣາຟ (Draft), ຜູ້ໂອນເງິນຈະຕ້ອງສົ່ງໃບໂອນເງິນໃຫ້ຜູ້ຮັບເງິນດ້ວຍຕົນເອງ, ຜູ້ຮັບເງິນຕ້ອງນຳເອົາໃບໂອນໄປແຈ້ງຕໍ່ທະນາຄານທີ່ໄດ້ລະບຸໃນໃບດຣາຟ (Draft), ຈາກນັ້ນທາງທະນາຄານຈະຈ່າຍເງິນໂອນໃຫ້ແກ່ລູກຄ້າ.