ລັກສະນະບໍລິການ:
ເປັນບໍລິການທີ່ໃຫ້ທ່ານສາມາດເຫຼືອກຊື້ ຫຼື ຂາຍເງິນຕາຕ່າງປະເທດດ້ວຍສະກຸນເງິນທີ່ຫຼາກຫຼາຍໃຫ້ທ່ານສາມາດເຫຼືອກໄດ້ຖືກກັບຄວາມຕ້ອງການຂອງທ່ານ ດ້ວຍອັດຕາແລກປ່ຽນທີ່ດີທີ່ສຸດ.
ຜົນປະໂຫຍດຂອງບໍລິການ:
- ທ່ານຈະໄດ້ຮັບອັດຕາແລກປ່ຽນທີ່ດີທີ່ສຸດ.
- ທ່ານ ສາມາດແລກປ່ຽນໄດ້ຫຼາຍສະກຸນເງິນຕາມຄວາມຕ້ອງການ.
- ດ້ວຍວົງເງິນແລກປ່ຽນພາຍໃນວັນສູງສຸດ.
ອັດຕາແລກປ່ຽນ:
ທ່ານສາມາດກວດເບິ່ງລາຍລະອຽດອັດຕາແລກປ່ຽນເງິນຕາຕ່າງປະເທດພາຍໃນມື້ ໄດ້ທີ່ກະດານອັດຕາແລກປ່ຽນ ແລະເທິງເວັບໄຊ໌ຂອງທະນາຄານລາວຈີນ.
ຄ່າທໍານຽມໃນການໃຊ້ບໍລິການ:
ທ່ານຈະໄດ້ຮັບການໃຫ້ບໍລິການທີ່ດີໂດຍບໍ່ໄດ້ເສຍຄ່າທຳນຽມໃດໆ.
ເງື່ອນໄຂໃນການໃຊ້ບໍລິການ: ພຽງແຕ່ທ່ານນຳເງິນສົດ ຫຼື ປື້ມບັນຊີເງິນຝາກປະຢັດ, ກະແສລາຍວັນກັບ ທຄລຈ (ໃນກໍລະນີແລກປ່ຽນຜ່ານບັນຊີ) ແລະ ແຈ້ງລາຍລະອຽດໃນການແລກປ່ຽນໃນແບບຟອມທີ່ທາງທະນາຄານກຳນົດໃຫ້.